ໃນເຊົ້າວັນທີ 25 ສິງຫາ 2021, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ, 

ມາຮອດວັນທີ 24 ສິງຫາ 2021, ໄດ້ກວດວິເຄາະທັງໝົດ 3,107 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 952 ຄົນ (ເປັນຕົວເລກສູງທີ່ສຸດ ນັບຕັ້ງແຕ່ມີການລະບາດມາ) ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 594 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ສະຫວັນນະເຂດ 551 ຄົນ, ບໍ່ແກ້ວ 29 ຄົນ, ນະຄອນຫຼວງ 11 ຄົນ, ຈຳປາສັກ 1 ຄົນ, ແຂວງວຽງຈັນ 1 ຄົນ, ໄຊຍະບູລີ 1 ຄົນ

ສ່ວນ ກໍລະນີນໍາເຂົ້າ ມີ 358 ຄົນ ຈາກ ຄຳມ່ວນ 112 ຄົນ, ສາລະວັນ 110 ຄົນ, ສະຫວັນນະເຂດ 80 ຄົນ, ຈຳປາສັກ 54 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ສຳລັບ ການຕິດເຊື້ອໃນຊຸມຊົນ 551 ຄົນ ຢູ່ແຂວງສະຫວັນນະເຂດ, ກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ, ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ, ຊາວຄ້າຂາຍ 1 (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ. ສ່ວນ ແຂວງຈຳປາສັກ ຕິດເຊື້ອໃນຊຸມຊົນ 1 ຄົນ ເປັນເພດຊາຍ, ອາຍຸ 26 ປີ, ພະນັກງານ ປກຊ ທີ່ປະຈຳຢູ່ສູນຈຳກັດບໍລິເວນ. ແຂວງວຽງຈັນ ຕິດເຊື້ອໃນຊຸມຊົນ 1 ຄົນ, ເພດຍິງ, ອາຍຸ 52 ປິ ບ້ານຜາລາດ ເມືອງຊະນະຄາມ ຊື່ງ ຜູ້ກ່ຽວໄດ້ເດີນທາງໄປເມືອງນານ, ແຂວງຫລວງພະບາງ ແລະ ໄດ້ໄປພົບກັບເອື້ອຍທີ່ມາຈາກເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ.

ສຳລັບ ນະຄອນຫລວງ ຕິດເຊື້ອໃນຊຸມຊົນ ມີ 11 ຄົນ, ຊື່ງທັງໝົດແມ່ນກຸ່ມພີ່ນ້ອງ, ໝູ່ຄູ່ກັນ ກ່ອນໜ້ານີ້ ໄດ້ມີການຊຸມແຊວນຳກັນເລື້ອຍໆ. ລາຍລະອຽດ ດັ່ງລຸ່ມນີ້:

ບ້ານສິມມະໂນ, ເມືອງຫາດຊາຍຟອງ: 1. ເພດຊາຍ, ອາຍຸ 39 ປີ, ອາຊີບ: ພະນັກງານໂຮງງານເປັບຊີ (ສາມີ), 2. ເພດຍິງ, ອາຍຸ 38 ປີ, ອາຊີບ: ພະນັກງານຄູອານຸບານ ນາລ້ອງ (ພັນລະຍາ), 3. ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ລູກ), 4. ເພດຊາຍ, ອາຍຸ 39 ປີ, ພະນັກງານບໍລິສັດເບຍລາວ (ເປັນໝູ່ກັບຜູ້ຕິດເຊື້ອ), 5. ເພດຊາຍ, ອາຍຸ 33 ປີ, ພະນັກງານໂກປີໂກລາວ (ເປັນໝູ່ກັບຜູ້ຕິດເຊື້ອ), 6. ເພດຊາຍ, ອາຍຸ 6 ປີ, ອາຊີບ: ນັກຮຽນ ໄປຢູ່ບ້ານແມ່ເຖ້າ ຢູ່ບ້ານສິມມະໂນ

ບ້ານດອນດູ່, ເມືອງຫາດຊາຍຟອງ: 7. ເພດຊາຍ, ອາຍຸ 7 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ), 8. ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ)

ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ: 9. ເພດຊາຍ, ອາຍຸ 43 ປີ, ພະນັກງານບໍລິສັດເບຍລາວ, 10. ເພດຊາຍ, ອາຍຸ 37 ປີ, ພະນັກງານບໍລິສັດເປັບຊີ ແລະ 11. ເພດຊາຍ, ອາຍຸ 34 ປີ, ພະນັກງານບໍລິສັດເປັບຊີ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງແລະສູນກາງ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 13,909 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,366 ຄົນ. ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 107 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9,057 ຄົນ.

Leave a Reply

Your email address will not be published. Required fields are marked *