ຄະນະສະເພາະກິດ ໄດ້ລາຍງານສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 23 ສິງຫາ 2021: • ໄດ້ກວດວິເຄາະທັງໝົດ 2,342 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 336 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 147 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ສະຫວັນນະເຂດ 128 ຄົນ, ບໍ່ແກ້ວ 12 ຄົນ, ນະຄອນຫຼວງ 5 ຄົນ, ຄຳມ່ວນ 1 ຄົນ, ສາລະວັນ 1 ຄົນ

ສ່ວນ ກໍລະນີນໍາເຂົ້າ ມີ 189 ຄົນ ຈາກ ນະຄອນຫຼວງ 128 ຄົນ, ຈຳປາສັກ 46 ຄົນ, ຄຳມ່ວນ 13 ຄົນ ແລະ ສະຫວັນນະເຂດ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ສຳລັບ ການຕິດເຊື້ອໃນຊຸມຊົນ 128 ຄົນ ຢູ່ແຂວງສະຫວັນນະເຂດ, ໃນນັ້ນ ກວດພົບຢູ່ສະຖານທີ່ຄຸມຂັງ 121 ຄົນ ແລະ ກຸ່ມຄົນທົ່ວໄປ 7 ຄົນ. ສ່ວນ ນະຄອນຫຼວງທີ່ຕິດເຊື້ອໃນຊຸມຊົນ 5 ຄົນນັ້ນ ແມ່ນຢູ່ບ້ານ ສິມມະໂນ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້, ສ່ວນອີກ 2 ຄົນ ເປັນເພດຊາຍ 38 ປີ ເປັນພະນັກງານ ແລະ ເພດຍິງ ອາຍຸ 35 ປີ ອາຊີບ ຄ້າຂາຍ ຢູ່ບ້ານດອນດູ່ ເມືອງໄຊທານີ ເປັນຜູ້ສຳຜັດໃກ້ຊິດນຳ ຜູ້ຕິດເຊື້ອທີ່ຢູ່ບ້ານສິມມະໂນ.

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ. ມາຮອດວັນທີ 24 ສິງຫາ 2ໄ21 ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 12,957 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,259 ຄົນ.

ກ່ຽວກັບການລາຍຕົວເລກເສຍຊີວິດສະສົມ ໃນສປປ ລາວ ທີ່ໄດ້ຖະແຫຼງຂ່າວໃນວັນເສົາທີ 21 ສິງຫາ 2021 ນັ້ນ ເຊິ່ງປະກອບມີ ນະຄອນຫຼວງ 4 ຄົນ, ສະຫວັນນະເຂດ 3 ຄົນ, ຈຳປາສັກ 3 ຄົນ ແລະ ບໍ່ແກ້ວ 1 ຄົນນັ້ນ, ສຳລັບ ແຂວງບໍ່ແກ້ວ 1 ຄົນ ແມ່ນ ເປັນການສື່ສານຜິດພາດ ແຂວງບໍ່ແກ້ວ ບໍ່ໄດ້ມີລາຍງານຜູ້ເສຍຊີວິດ ຄວາມຈິງແມ່ນ ແຂວງຄຳມ່ວນ ທີ່ມີລາຍງານກໍໍລະນີເສຍຊີວິດ 1 ຄົນ, ດັ່ງນັ້ນ ຈຶ່ງຂໍອະໄພ ມາຍັງບັນດາທ່ານ ທີ່ໄດ້ຕິດຕາມຮັບຊົມ ແລະ ຮັບຟັງໃນທີ່ນີ້ດ້ວຍ.

ຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19 ສຳລັບນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ. ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.

ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ: ວັນທີ 23 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປລາວ ຈໍານວນ ທັງໝົດ 1,956 ຄົນ. ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 107 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 10,019 ຄົນ.

Leave a Reply

Your email address will not be published. Required fields are marked *