ໃນວັນທີ 20 ສິງຫາ 2021 ນີ້ ເຈົ້ານະຄອນປາກເຊ, ແຂວງຈຳປາສັກ ອອກຄຳສັ່ງຕົກລົງ ເຫັນດີ ຍົກເລີກການປິດ (Lockdown) ນະຄອນປາກເຊ ຕາມກຳນົດເວລາ ໃນຄໍາສັ່ງ ເລກທີ 005/ຈນຄ.ປຊ, ລົງວັນທີ 13 ສິງຫາ 2021 ວ່າດ້ວຍການປີດ (Lockdown) ນະຄອນປາກເຊ ກໍານົດໄວ້, ຍົກເລິກການຕັ້ງຈຸດກວດກາຄົນເຂົ້າ-ອອກນະຄອນ ຂອງເຈົ້າໜ້າທີ່ ປກຊ-ປກສ ທັງ 4 ຈຸດ ທີ່ໄດ້ຕັ້ງດ່ານກວດກາໃນໄລຍະຂອງການປິດເມືອງ ຕາມຄໍາສັ່ງ ເລກທີ 005/ຈນຄ.ປຊ, ລົງວັນທີ 13 ສິງຫາ 2021, ຍົກເລິກການຕັ້ງຈຸດກວດກາຄົນເຂົ້າ-ອອກ ຂອງບັນດາບ້ານ ໃນທົ່ວນະຄອນປາກເຊ, ຍົກເວັ້ນ ບ້ານແດງ, ບ້ານເຫຼືອງ ທີ່ຄະນະສະເພາະກິດ ໄດ້ກຳນົດຕາມແຈ້ງການ ເລກທີ 0488/ສທ, ລົງວັນທີ 20 ພຶດສະພາ 2021, ຍົກເລີກການນໍາໃຊ້ເອກະສານ ເດີນທາງເຂົ້າ-ອອກບ້ານ ແລະ ເຂົ້າ-ອອກ ນະຄອນປາກເຊ ທີ່ນໍາໃຊ້ໃນໄລຍະ ປິດນະຄອນ ຕາມຄໍາສັ່ງ ເລກທີ 005/ຈນຄ.ປຊ, ລົງວັນທີ 13 ສິງຫາ 2021 ໃຫ້ປະຕິບັດການໄປມາ ເປັນປົກກະຕິ.

ໃຫ້ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ້ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19; ແຈ້ງການເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ແລະ ຄໍາສັ່ງຂອງເຈົ້າແຂວງໆຈໍາປາສັກ ສະບັບເລກທີ 11/ຈຂ.ຈສ, ລົງວັນທີ 6 ສິງຫາ 2021, ສືບຕໍ່ເພີ່ມທະວ, ປະຕິບັດມາດຕະການຫ້າມ ແລະ ຈຳກັດ ແລະ ມາດຕະການຜ່ອນຜັນຕ່າງໆ ຕາມແຈ້ງການຂອງຂັ້ນເທິງ, ໂດຍສະເພາະ ແຈ້ງການ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ເລື່ອງການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 19 ສິງຫາ ຫາ 02 ກັນຍາ 2021 ຢ່າງເຂັ້ມງວດ.

ໃຫ້ບັນດາບ້ານ ສືບຕໍ່ຊຸກຍູ້ ປະຊາຊົນ, ພົນລະເມືອງ ເປົ້າໝາຍຕ່າງໆ ພາຍໃນບ້ານຂອງຕົນ ໄປຮັບການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຕາມແຜນການ ແລະ ເປົ້າໝາຍ ຂອງຄະນະສະເພາະກິດແຂວງ; ສືບຕໍ່ເກັບກຳສະຖິຕິເປົ້າໝາຍ, ຜູ້ທີ່ໄດ້ຮັບການສັກຢາວັກຊິນແລ້ວ ແລະ ຜູ້ທີ່ບໍ່ທັນໄດ້ຮັບການສັກຢາເບື່ອ ໃນບ້ານຂອງຕົນ ໃຫ້ລະອຽດຊັດເຈນ, ແລ້ວລາຍງານໃຫ້ຄະນະສະເພາະກິດນະຄອນ ເພື່ອລາຍງານ ແລະສະເໜີແຜນການສັກຢາດັ່ງກ່າວ ໃຫ້ຂັ້ນແຂວງຕາມທີ່ໄດ້ມີແຈ້ງການໄປແລ້ວ ໃຫ້ທັນກໍານົດເວລາ.

.

.

Leave a Reply

Your email address will not be published. Required fields are marked *