ໃນວັນທີ 13 ສິງຫາ 2021 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີ ຈຳເລີຍຈຳນວນ 4 ຄົນຄື: ທ້າວ ບຸນເພັງ, ອາຍຸ 65 ປີ, ອາຊີບ ຊາວນາ, ທ້າວ ຄຳມ່ວນ ອາຍຸ 62 ປີ, ອາຊີບ ຊາວນາ, ທ້າວ ຄຳເມິງ ອາຍຸ 63 ປີ, ອາຊີບ ຊາວນາ, ທັງ 3 ຢູ່ບ້ານແສນຈະເລີນ ເມືອງ ຊະນະຄາມ ແຂວງວຽງຈັນ ແລະ ທ້າວ ສົມຫວັງ ອາຍຸ 63 ປີ, ອາຊີບ ປະຊາຊົນ ຢູ່ບ້ານ ນາງ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພວກກ່ຽວທັງ 4 ຄົນ ຖືກກັກຕົວໃນວັນທີ 13 ກໍລະກົດ 2019 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ແລະ ມີຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 80 ມັດ

ດັ່ງນັ້ນສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍທັງ 4 ຄົນ ປະຫານຊີວິດ, ຢາບ້າຈຳນວນ 80,000 ເມັດ ແມ່ນໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງທຳລາຍຖິ້ມ ສ່ວນລົດກະບະ ຍີ່ຫໍ້ ມິດຊູບີຊິ ສີຂຽວ, ເລກຈັກ 7366 ເລກຖັງ 34714 ບໍ່ມີປ້າຍທະບຽນ ມອບໃຫ້ ປກສ ແຂວງວຽງຈັນ ແລະ ໂທລະສັບຍີ່ຫໍ້ ລາວໂທລະຄົມ ສີດຳ ຈຳນວນ 4 ໜ່ວຍ ເຂົ້າເປັນຂອງລັດ ໃຫ້ ທ້າວ ບຸນເພັງ, ທ້າວ ຄຳມ່ວນ, ທ້າວ ຄຳເມິງ ແລະ ທ້າວ ສົມຫັວງ (ພວກຈຳເລີຍ) ເສຍເງີນຄ່າສິ້ນເປືອງຕ່າງໆໃຫ້ແກ່ລັດ ຜູ້ລະ 800,000 ກີບ ແລ້ວຖອກເຂົ້າງົບປະມານຂອງລັດ.

ຂ່າວ: ປກສ ແຂວງວຽງຈັນ ດວງມະນີ

Leave a Reply

Your email address will not be published. Required fields are marked *