
ຈາກກໍລະນີແມ່ມານຕິດໂຄວິດ-19 ເກີດລູກ ແລ້ວ ໄດ້ເສຍຊິວິດ ຢູ່ແຂວງຄໍາມ່ວນ.

ສິ່ງທີ່ສຸດສະເທືອນໃຈ ເມື່ອຜູ້ເສຍຊິວິດ ໄດ້ສົ່ງຂໍ້ຄວາມຫານ້ອງຊາຍ ພ້ອມ ຄໍາອໍາລາ ເປັນຄັ້ງສຸດທ້າຍ. ໄດ້ອ່ານແລ້ວ ນໍ້າຕາໄຫຼອອກມາ! ຂໍໃຫ້ເຈົ້າໄປສູ່ສຸຄະຕິ.
.

ລູກນ້ອຍທີ່ ບໍ່ທັນຮູ້ວ່າ ແມ່ຂອງລາວ ໄດ້ຈາກໄປແລ້ວ.

ຂ່າວກ່ອນໜ້ານີ້
ໃນການຖະແຫຼງຂ່າວ ຢ່າງເປັນທາງການ ຂອງຄະນະສະເພາະກິດ ໃນເຊົ້າ ວັນທີ 20 ສິງຫາ 2021 ໃຫ້ຮູ້ວ່າ, ເລກຜູ້ຕິດເຊື້ອສະສົມທັງໝົດ 11,753 ຄົນ (ໃໝ່ 440 ຄົນ), ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 2 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,604 ຄົນ.

ກໍລະນີທີ 11: ແມ່ນຜູ້ເສຍຊີວິດອີກ 1 ຄົນ ແມ່ນຢູ່ແຂວງຄຳມ່ວນ ເປັນເພດຍິງ, ອາຍຸ 26 ປີ, ອາຊີບ ພະນັກງານເສີບອາຫານ, ບ້ານດອນພູຄຳ, ເມືອງມະຫາໄຊ, ແຂວງຄຳມ່ວນ, ເດີນທາງເຂົ້າມາ ສປປ ລາວ ໃນວັນທີ 3 ສິງຫາ 2021, ຜົນກວດພົບເຊື້ອ COVID-19 ໃນວັນທີ 7 ສິງຫາ 2021. ຜູ້ກ່ຽວມີໄຂ້, ໄອ, ຫາຍໃຈຝຶດ ແລະ ກະວົນກະຕາຍ. ຜູ້ກ່ຽວເກີດລູກໄດ້ 5 ວັນ ແລະເສຍຊີວິດ ໃນວັນທີ 20 ສິງຫາ 2021 ສ່ວນລູກປອດໄພ.

ຊາປະນະກິດ ກໍລະນີທີ 11
.

.

.
