ໄລເດີ ຟູດແພນດາ ທີ່ຫຼວງພະບາງ ແລະ ຫຼາຍແຂວງ ພາກັນຈົ່ມ ເພາະຄ່າສົ່ງ ເຫຼືອພຽງ ສອງ-ສາມພັນ ກີບຕໍ່ຖ້ຽວ.

ຜູ່ໃຊ້ເຟສບຸກ Year Lpb, ໂພດໃນວັນ ພະຫັດ ທີ່ຜ່ານມາວ່າ: ສ່ວນນີ້ເງິນໄຣເດີໜ້ອຍສຸດແລ້ວເດີ. ໄຣເດີຈະພາກັນອອກໝົດແລ້ວ. ແຖ້ວໜຶ່ງໄດ້ແຕ່ 2ຫາ3 ພັນຕາມຮູບທີລົງນີ້ເລີຍ ຍອມແລ້ວ. ໃຜທີ່ກຳລັງຄິດຈະໄປເຮັດນາຄິດດີໆ.

ສິ່ງທີ່ ໄຣເດີ ກັງວົນ ຄືການເພີ່ມຂຶ້ນ ຂອງພະນັກງານ ໄຣເດີ ທີ່ຮັບເອົາທຸກມື້ ແຕ່ຍອດການສັ່ງແມ່ນ ບໍ່ເພີ່ມຂຶ້ນຫຼາຍ, ເຮັດໃຫ້ການຮັບສົ່ງຫຼຸດລົງ, ບວກກັບ ໄດ້ຄ່າສົ່ງທີ່ໜ້ອຍລົງ ຈິ່ງເຮັດໃຫ້ບັນດາ ໄຣເດີ ໝົດກໍາລັງໃຈ.

ເມື່ອເວົ້າເຖິງການສະໝັກເປັນໄຣເດີ ມີຂໍ້ມູນໃຫ້ຮູ້ວ່າ ບໍ່ໄດ້ ສະໝັກເຮັດຄືບໍລິສັດ ທົ່ວໄປ, ແຕ່ຕ້ອງໄດ້ເສຍຄ່າ ອຸປະກອນ 2 ແສນ ແລະ ຄ່າປະກັນ ອີກ 2 ແສນ, ສະນັ້ນ, ຖ້າຢາກເປັນ ໄຣເດີ ໃຫ້ຟູດແພນດາ ຕ້ອງມີເງິນຢ່າງໜ້ອຍ 4 ແສນ, ມີລົດຈັກ ເປັນຂອງຕົນເອງ ແລະ ມີສະມາດໂຟນທີ່ຕ້ອງ ຕໍ່ເນັດ ຕະຫຼອດເວລາ ເພື່ອການເຮັດວຽກ.

ນອກຈາກນີ້ເຫັນ ວ່າການໂຄສະນາ ຮັບພະນັກງານ ຂອງຟຸດແພນດາທີ່ວ່າ ຈະໄດ້ເງິນລາຍຮັບປະມານ 4-5 ລ້ານກີບຕໍ່ເດືອນນັ້ນ, ໄຣເດີ ໃຫ້ຄໍາເຫັນວ່າ່ ແມ່ນບໍ່ໄດ້ຕາມຄໍາໂຄສະນາ.

ຕໍ່ກັບ ປະເດັນນີ້, ຍັງບໍ່ມີການອອກມາ ຖະແຫຼງຂ່າວ ຈາກ ບໍລິສັດ ຮີໂຣ ດີລິເວີຣີລາວ ທີ່ເປັນ ຕົວແທນດໍາເນີນທຸລະກິດ ຟຸດແພນດາ ໃນ ສປປ ລາວ.

Leave a Reply

Your email address will not be published. Required fields are marked *