ໃຊ້ມາດຕະການ ເດັດຂາດ 6 ຮ້ານ ບໍລິການພະນັນ ທາງອອນລາຍ
ໃນວັນທີ 12 ສິງຫາ 2021, ກອງບັນຊາການ ປກສ ເມືອງນາຊາຍທອງ ນວ ໄດ້ນໍາໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝ ເຈົ້າຂອງຮ້ານອິນເຕີເນັດກາເຟ ຈໍານວນ 6 ຮ້ານ ລັກລອບໃຫ້ບໍລິການຫຼິ້ນເກມພະນັນທາງອອນລາຍ (ເກມອອນລາຍ) ທີ່ຜິດຕໍ່ຂໍ້ຕົກລົງເລກທີ 828/ ປທສ ລົງວັນທີ 11 ມີນາ 2015, ກະຊວງໄຊຊະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ທັງເປັນການລະເມີດຕໍ່ຄໍາສັ່ງ; ແຈ້ງການເລກທີ 20/ສພກ ນວ, ລົງວັນທີ 3 ສິງຫາ 2021 ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢູ່ ນວ.

ພັທ ບຸນມີ ກັນຕິຍາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ກ່າວວ່າ: ພາຍຫຼັງໄດ້ຮັບການຊີ້ນໍາຈາກ ຫົວໜ້າກອງບັນຊາການ ປກສ ນວ, ກອງບັນຊາການ ປກສ ເມືອງ ໄດ້ຈັດຕັ້ງກໍາລັງລົົງກວດກາຄວາມສະຫງົບ ຟື້ນທີ່ເມືອງ ໃນວັນທີ 11-12 ສິງຫາ 2021 ພົບເຫັນບັນດາຮ້ານອິນເຕີເນັດກາເຟ ນຳໃຊ້ຮ້ານ ສະຖານທີ່ ບໍລິການອິນເຕີເນັດເປັນບ່ອນມົ້ວສຸມທາງສັງຄົມ ຫຼີ້ນການພະນັນທີ່ຜິດກົດໝາຍ ແລະ ລະບຽບການ ທັງເປັນການ ລະເມີດຕໍ່ຄໍາສັ່ງ ແລະ ແຈ້ງການດັ່ງກ່າວ ເຈົ້າໜ້າທີ່ຈຶ່ງໄດ້ຢຶດອຸປະກອນຄອມພີວເຕີພ້ອມເຄື່ອງປິນຈໍານວນ 9 ຊຸດ, ນໍາມາຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງ ແລະ ໄດ້ທໍາການສຶກສາອົບຮົມ, ປັບໃໝຕາມ ແຈ້ງການ ເລກທີ 20/ສພກ.ນວ ສ່ວນອຸປະກອນຈໍານວນ 9 ຊຸດເຈົ້າໜ້າທີ່ໄດ້ເກັບຮັກສາໄວ້ກອງບັນຊາການ ປກສ ເມືອງນາຊາຍທອງ.

ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປກສ ນວ ໄດ້ຮຽກຮ້ອງມາຍັງຫົວໜ່ວຍທຸລະກິດຜູ້ປະກອບການ ໃນໄລຍະ ພະຍາດໂຄວິດ-19 ກຳລັງລະບາດໃຫ້ເຂັ້ມງວດ ຈັດຕັ້ງປະຕິບັດ, ຄໍາສັ່ງ ແລະ ແຈ້ງການ ແລະ ປະຕິບັດ ພັນທະປະກອບສ່ວນລາຍງານ ຖ້າພົບເຫັນການລະເມີດ ຫຼືຝາຝືນຕໍ່ຄໍາສັ່ງ ແລະ ແຈ້ງການຕ່າງໆ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ໃກ້ຄຽງ ຫຼື ແຈ້ງຜ່ານເບີວອດແອບ 020 29988774 ແລະຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
