1624 ແຈ້ງໃຫ້ຮູ້ວ່າ ໃນວັນທີ 14/08/2021 ເວລາ13:35ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624 ວ່າມີອຸບັດຕິເຫດ ລົດໃຫຍ່ປີ້ນ ຢູ່ເຂດບ້ານສີຖານໃຕ້ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງເຂດ 2 ຈຸດເມືອງຫາດຊາຍຟອງຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ1ຄົນ ເພດຊາຍ ອາຍຸ 48 ປີ ບ້ານຫາດກ້ຽງ ເມືອງໄຊທານີ ນວ.
ອາການເບື້ອງຕົ້ນແມ່ນ: ມີບາດແຜເປີດຂະໜາດໃຫຍ່ຢູ່ຫົວ ເສຍເລືອດຫຼາຍ

ດັ່ງນັ້ນທີມກູ້ຊີບ-ກູ້ໄພຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍເສດຖາທິຣາດ ໂດຍດວ່ນ.
ອຸປະຕິເຫດສຸກເສີນໂທ : 🚑 1624 🚑 ຈຸດເມືອງຫາດຊາຍຟອງ 02076551624
📍📍ຈຸດເມືອງຫາດຊາຍຟອງ ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ.📍📍
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
– ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
– ອຸປະກອນການແພດຕ່າງໆ

ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຕິດຕໍ່ສອບຖາມ: 020 56691624