1623 ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ວ່າ ໃນວັນທີ 14/08/2021 ເວລາປະມານ 09:35 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໄດ້ຮັບແຈ້ງເຫດວ່າມີຄົນຈົມນ້ຳ.

ຈຸດເກີດເຫດແມ່ນຄອງນ້ຳບຶງທາດຫລວງ. ຜູ້ເສຍຊີວິດເປັນເພດຊາຍ ອາຍຸ 45 ປີ ອາຊີບ ກຳມະກອນ ບ້ານຮ່ອງແກ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.

ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ຄົ້ນຫາແລະໄດ້ພົບສົບເວລາປະມານ 11:27 ໂມງ.

ສ່ວນສາເຫດໃນການຈົມນ້ຳໃນຄັ້ງນີ້ແມ່ນຍັງບໍ່ຮູ້ລາຍລະອຽດທີ່ແນ່ນອນດັ່ງນັ້ນຈຶ່ງໄດ້ມອບໃຫ້ເຈົ້າຫນ້າທີ່ສືບສວນແລະສອບສວນຕໍ່ໄປ.

ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ທຳການມ້ຽນສົບແລ້ວນຳສົ່ງໃຫ້ຍາດຕິພີ່ນ້ອງແລະຄອບຄົວເພື່ອເຮັດພິທີທາງສາສະຫນາ.

ພວກເຮົາຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງແລະຄອບຄົວກັບການສູນເສຍຄັ້ງນີ້ດ້ວຍ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:

ຊື່ບັນຊີ: FOUNDATION FOR ASSISTING POOR PEOPLE OF LAO PDR.

ເລກບັນຊີ: 092-12-00-01026649-001 LAK.

Leave a Reply

Your email address will not be published. Required fields are marked *