ລາຍງານຈາກ 1624 ໃຫ້ຮູ້ວ່າ ໃນຕອນແລງທີ 10 ສິງຫາ2021ໄດ້ມີເດັກນ້ອຍຊວນກັນໄປຫລີ້ນນໍ້າ 3 ຄົນຢູ່ສະໃກ້ບ້ານໂດຍບໍ່ມີຜູ້ໃຫຍ່ເຫັນ ເລີຍເຮັດໃຫ້ເດັກນ້ອຍຈົມນ້ຳທັງ 3 ຄົນ ຊ່ວຍໄດ້1ຄົນແຕ່ອາການຍັງ 50/50 ຢູ່ ຕອນນີ້ຢູ່ໂຮງໜໍມະໂຫສົດ.

ສ່ວນຜູ້ເສຍຊີວີດ 2 ຄົນ ຄື ຊື່ນາງ ກີ່ ອາຍຸ 10ປີ ແລະ ນາງ ເອີນອາຍຸ 6 ປີ ຕາຍຢູ່ສະທີ່ເກີດເຫດເລີຍ ທັງ 2 ເປັນຄົນບ້ານ ໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ມື້ສົ່ງສະການແມ່ນວັນພະຫັດທີ 12 ສິງຫາ 2021 ທີ່ວັດປ່າຊ້າບ້ານເພີ່ນເອງ.

ດັ່ງນັ້ນຈຶ່ງວອນຜູ້ໃຈບຸນທັງຫຼາຍຊ່ວຍຜູ້ລະເລັກລະໜ້ອຍເຮັດບຸນມ້ຽນຄາບອາບສົບຫຼານນ້ອງ 2 ຄົນນີ້ດ້ວຍເຖີດ.
ມ້ຽນຄາບອາບສົບຫຼານນ້ອຍທັງ 2 ລວມມູນຄ່າ 5.000.000 ກີບ ແລະ ຖ້າເງິນບໍລິຈາກກາຍ 5.000.000 ກີບ ຈະນຳເອົາໄປປີ່ນປົວນ້ອງຜູ້ທີ່ລອດຊີວີດນອນຮັກສາໂຕຢູ່ໂຮງໜໍມະໂຫສົດອີກນຳ.
ທ່ານໃດຍາກຊ່ວຍເຫຼືອສາມາດບໍລິຈາກເຂົ້າບັນຊີ ກາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:ກີບ /LAK: 010120000993902001.
ຂໍຂອບໃຈຜູ້ທີ່ໃຈບຸນທັງຫລາຍທີ່ຮ່ວມຊ່ວຍເຫລືອສັງຄົມນໍາທີມງານພວກເຮົາ ຂໍໃຫ້ບຸນກຸສົນທີ່ທ່ານ ແລະຄອບຄົວ ໄດ້ເຮັດໃນມື້ນີ້ຈົ່ງໄປຄໍ້າຊູທ່ານແລະຄອບຈົ່ງມີສຸຂະພາບແຂງແຮງແລະລ້ຳລວຍຕະຫລອດໄປສາທຸເຖີດ.
