ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ນວກັກ ຕົວກຸ່ມແກ້ງສໍ້ໂກງຊັບພົນລະເມືອງ 3 ຄົນ ຄື:

1. ນາງ ວັນນະພອນ ອາຍຸ 43 ປີ ຢູ່ບ້ານທາດຫຼວງກາງ ເມືອງໄຊເສດຖາ ນວ.

2. ທ້າວ ພອນສະຫວັນ ອາຍຸ 60 ປີ ຢູ່ບ້ານໄຊສົມບູນ ເມືອງໄຊທານີ ນວ.

3. ທ້າວ ວົງກົດ ອາຍຸ 60 ປີ ຢູ່ບ້ານນາໄຮ່ ເມືອງຫາດຊາດຟອງ ນວ ສ້າງຜົນເສຍຫາຍທັງໝົດ 390.000.000 ກີບ ໄປດໍາເນີນຄະດີຕາມກົດໝາຍ.

อาจเป็นรูปภาพของ 1 คน

.

ພັທ ພອນໃຈ ພາມຸງຄຸນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະລີ ກ່າວວ່າ: ໃນຕົ້ນເດືອນມີນາ 2021, ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ຖືກສໍ້ໂກ້ງຊັບ.

ຫຼັງ ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງໄດ້ທໍາການເກັບກຳຂໍ້ມູນຫຼັກຖານຢ່າງລະອຽດຊັດເຈນ ຈຶ່ງໄດ້ຮຽກຕົວນາງ ວັນນະພອນ ມາສອບສວນ. ຜ່ານການສອບສວນຕົວຈິງ, ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ສ້າງຂໍ້ມູນເທັດຂຶ້ນມາແທ້ ໂດຍອ້າງວ່າ: ຈະມີເງິນກອງທຶນຊ່ວຍເຫຼືອຈາກຕ່າງປະເທດ ເພື່ອມາຊ່ວຍ ເຫຼືອປະຊາຊົນທຸກຍາກ ເຂົ້າມາເປັນຈໍານວນຫຼວງຫຼາຍ, ຖ້າຫາຜູ້ໃດຢາກໄດ້ແມ່ນ ໃຫ້ມາລົງທະບຽບຜູ້ລະ 500.000 ກີບ ແລ້ວຈະໄດ້ເງິນຊ່ວຍເຫຼືອ ໂດຍການໂອນເງິນເຂົ້າບັນຊີ 50.000 ໂດລາຕໍ່ຄົນ.

ເມື່ອປຸກລະດົມຫຼາຍຄັ້ງ ຈຶ່ງເຮັດໃຫ້ຜູ້ເສຍຫາຍຫຼົງເຊື່ອ ຈຶ່ງໄດ້ເອົາຊັບສິນຂອງຕົນໄປຂາຍແລ້ວນໍາເອົາເງິນຈໍານວນດັ່ງກ່າວໄປລົງທະບຽບ ແລະ ໄດ້ລົງທະບຽນຕົກເປັນຈໍານວນ 780 ຄັ້ງ ລວມເປັນເງິນທັງໝົດ 390.000.000 ກີບ.

ນອກນັ້ນ, ນາງ ວັນນະພອນ ໄດ້ຮັບສາລະພາບຕື່ມອີກວ່າ: ໃນການຕົວະຍົວະຫຼ ອ ກ ລ ວ ງ ຄັ້ງນີ້ ບໍ່ແມ່ນຕົນເອງເຮັດພຽງຄົນດຽວ ຍັງມີຜູ້ຮ່ວມຂະບວນການອີກ ຄື: ທ້າວ ວົງກົດ ແລະ ທ້າວ ພອນສະຫວັນ ທີ່ໄດ້ຮ່ວມກັນປືກສາຫາລືວາງແຜນ. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຮຽກຕົວ ທ້າວ ວົງກົດ ແລະ ທ້າວ ພອນສະຫວັນ ເຂົ້າມາສອບສວນ ແລະ ພວກກ່ຽວທັງສອງ ໄດ້ຮັບສາລະພາບວ່າ: ໄດ້ຮ່ວມກັນຕົວະຍົວະຫຼອກ ລວງຄັ້ງນີ້ແທ້, ສ່ວນເງິນທັງໝົດທີ່ໄດ້ມານັ້ນ ພວກກ່ຽວທັງ 3 ຄົນ, ໄດ້ແບ່ງປັນກັນເອົາໄປໃຊ້ຈ່າຍ ແລະ ເຈົ້າໜ້າທີ່ເກັບກູ້ຄືນມາໄດ້ ຄື: ເງິນ 1.300 ໂດລາ, ເງິນກີບ 10 ລ້ານກີບ, ຄໍາ 4 ບາດເຄິ່ງ, ລົດຕູ້ 1 ຄັນ ແລະ ໄດ້ມອບຄືນໃຫ້ຜູ້ເສຍຫາຍ.

ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດ ໄດ້ນຳພວກກ່ຽວທັງ 3 ຄົນໄປດຳເນີນຄະດີຕາມກົດໝາຍ.

ໝາຍເຫດ: ຂໍໃຫ້ພໍ່-ແມ່ປະຊາຊົນທຸກທ່ານ ຈົ່ງມີສະຕິ, ຢ່າຫຼົງຄາລົມຄົນງ່າຍ ເພາະອາດຈະຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີໄດ້.

Leave a Reply

Your email address will not be published. Required fields are marked *