ຢູ່ເຂດ 3 ແຍກ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເກີດມີອຸປັດຕິເຫດຢູ່ທ້ອງຖະໜົນເຮັດໃຫ້ມີຄົນເສຍຊີວິດ 1 ຄົນ, ເພດຍິງ ໃນເວລາ 11:10 ໂມງຂອງວັນທີ 31 ກໍລະກົດ 2021.

ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜ່ານການກວດກາຊັນນະສູດສະຖານທີ່ເກີດອຸບັດຕິເຫດໃນຄັ້ງນີ້ ແມ່ນຍ້ອນນັກຂັບຂີ່ ຊື່ ທ້າວກຽດແກ້ວ ອາຍຸ 31 ປີ ກໍາມະກອນ ຢູ່ບ້ານສົມສະໜຸກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜູ້ຂັບລົດບັນທຸກ ໝາຍເລກທະບຽນ ບກ 5174 ປ່ຽນທິດທາງການສັນຈອນບໍ່ຮັບປະກັນ, ເຮັດໃຫ້ຕໍ່າ ກັບລົດຈັກຮອນດ້າເວບ 100 ໝາຍເລກທະບຽນ ດມ 4334 ກໍາແພງນະຄອນ ຂັບຂີ່ລົດຈັກໂດຍ ນາງ ບົວທິບ ອາຍຸ 27 ປີ ຄ້າຂາຍ ຢູ່ບ້ານທ່ານາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເສຍຊີວິດຄາທີ່ ຕໍ່ກັບລົດທັງສອງຄັນທີ່ເກີດອຸບັດຕິເຫດ ເຈົ້າໜ້າທີ່ໄດ້ນໍາມາຮັກສາໄວ້ ເພື່ອກວດກາຊັນນະສູດ ຮ່ອງຮອຍການກະທົບ ປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນດຳເນີນຄະດີຕາມກົດໝາຍ.

ຕໍ່ກັບເຫດການນີ້, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈື່ງຂໍສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ ແລະ ຮຽກຮ້ອງມາຍັງຜູ້ຂັບຂີ່ລົດທັງຫຼາຍ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ມີສະຕິໃນການຂັບຂີ່, ບໍ່ໃຊ້ຄວາມໄວເກີນກໍານົດ, ບໍ່ລ່ວງໄຟອໍານາດ, ການຊິງແຊງ ແລະ ການປ່ຽນທິດທາງການສັນຈອນ ກໍຕ້ອງໃຫ້ມີຄວາມຮັບປະກັນ ເພື່ອຄວາມປອດໄພຂອງທຸກຄົນ.

Leave a Reply

Your email address will not be published. Required fields are marked *