ວັນທີ 2 ສິງຫາ 2021 ນີ້, ທີ່ນະຄອນຫລວງວຽງຈັນ ໄດ້ມີການມອບ-ຮັບ ວັກຊິນກັນພະຍາດ ໂ ຄ ວິ ດ ຊະນິດແອັສຕຣາເຊນິກາ ຈາກລັດຖະບານອັງກິດ ຈຳນວນ 415.000 ໂດສ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຈອນ ເພຍຊັນ ເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວ ເຂົ້າຮ່ວມ ໃນພິທີມອບ-ຮັບການຊ່ວຍເຫລືອໃນຄັ້ງນີ້ ໂດຍລັດຖະບານອັງກິດ ເປັນຜູ້ຈັດຊື້ໂດຍກົງໂດຍບໍ່ໄດ້ຜ່ານໂຄງການ COVAX.

อาจเป็นรูปภาพของ 3 คน และผู้คนกำลังยืน

ທ່ານ ບຸນແຝງ ພູມມະໄລສິດ ໄດ້ໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດ ທີ່ລັດຖະບານອັງກິດ ໄດ້ຊ່ວຍເຫລືອໃຫ້ແກ່ລັດຖະບານລາວ ໃນການສະໜອງວັກຊິນປ້ອງກັນພະຍາດ ໂ ຄ ວິ ດ, ບັນດາປະເທດຄູ່ຮ່ວມພັດທະນາ ລວມທັງປະເທດອັງກິດ ທີ່ໄດ້ຮັບຊາບກ່ຽວກັບນະໂຍບາຍຂອງ ສປປ ລາວ ວ່າຈະຕ້ອງໄດ້ສັກວັກຊິນແກ່ປະຊາຊົນລາວ ໃຫ້ບັນລຸ 50% ໃນທ້າຍປີ 2021 ນີ້. ຜ່ານການປະສານງານ ແລະ ປຶກສາຫາລືກັບບັນດາຄູ່ຮ່ວມພັດທະ ນາ ກໍຄື ສະຖານທູດແຕ່ລະປະເທດທີ່ປະຈຳຢູ່ ສປປ ລາວ ໂດຍໄດ້ມີການຈັດກອງປະຊຸມແບບທາງໄກ ກັບບັນດາທູດຂອງປະເທດຕ່າງໆ ແລະ ເຫັນໄດ້ຄວາມຈຳເປັນຂອງ ສປປ ລາວ ທີ່ຍັງມີເງື່ອນໄຂຫຍຸ້ງຍາກທີ່ຈະຈັດຊື້ວັກຊິນໂດຍກົງໄດ້. ສະນັ້ນ ຈຶ່ງໄດ້ຮັບການຊ່ວຍເຫລືອຈາກບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ແລະ ໃນທ້າຍປີນີ້, ສປປ ລາວ ເຮົາຈະໄດ້ຮັບການຊ່ວຍເຫລືອວັກຊິນຫລາຍກວ່າ 7 ລ້ານໂດສ.

อาจเป็นรูปภาพของ 1 คน และกำลังยืน

.

ไม่มีคำอธิบายรูปภาพ

ຂ່າວ: ສົມຫວັງ

Leave a Reply

Your email address will not be published. Required fields are marked *