ການນຳເມືອງເຊບັ້ງໄຟເຄື່ອນໄຫວພົບປະໂອ້ລົມອຳນາດການປົກຄອງບ້ານ ລຽບແຄມແມ່ນໍ້າເຊບັ້ງໄຟ.

ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳ ທີ່ມີຕໍ່ການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນຊາວເມືອງເຊບັ້ງໄຟ ດັ່ງນັ້ນ ໃນວັນທີ 27 ກໍລະກົດ ຜ່ານມານີ້ ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄຟ, ທ່ານ ບຸນມີ ຜາຍຍະວົງ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ລົງເຄື່ອນໄຫວ ພົບປະໂອ້ລົມ ການຈັດຕັ້ງ ພໍ່-ແມ່ປະຊາຊົນ ບ້ານ ນາທານ, ບ້ານ ເວີນສະນັ່ນ.

ໃນການເຄື່ອນໄຫວຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານຂອງການຈັດຕັ້ງບ້ານ ນາທານ ແລະ ບ້ານ ເວີນສະນັ້່ນ ເຊິ່ງ ນາຍບ້ານທັງ 2 ບ້ານ ໄດ້ຍົກໃຫ້ເຫັນ ຄວາມພ້ອມໃນແຕ່ລະດ້ານ

ເຊັ່ນ : ການແຈ້ງເຕືອນໃຫ້ພໍ່-ແມ່ປະຊາຊົນ,ການກະກຽມ ການເຄື່ອນຍ້າຍສັດລ້ຽງ ອຸປະກອນເຄື່ອງໃຊ້ທີ່ຈຳເປັນ ຂຶ້ນໄວ້ຢູ່ບ່ອນສູງ, ການຕິດຕາມລະດັບນໍ້າເຊຂຶ້ນ-ລົງໃນແຕ່ລະມື້, ການກະກຽມພາຫະນະຮັບໃຊ້ທາງບົກ ແລະ ທາງນໍ້າໃນຍາມສຸກເສີນ ສະພາບການຮັບມືກ່ອນເກີດ, ຕອນເກີດ ແລະ ຫຼັງເກີດນໍ້າຖ້ວມ,ການກະກຽມສູນ ຫລື ບ່ອນພັກເຊົາທີ່ມີຄວາມປອດໄພ.

ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ ຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງ ບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນ ຈົ່ງພ້ອມກັນເປັນເຈົ້າການ ໃນການກະກຽມຮັບມືຈາກຜົນກະທົບທີ່ຈະເກີດຂຶ້ນ,ຊ່ວຍກັນເປັນເຈົ້າການປົກປັກຮັກສາຊີວິດ ແລະ ຊັບສິນບໍ່ໃຫ້ເສຍຫາຍ

ຈາກນັ້ນ, ການນຳຂອງເມືອງຍັງໄດ້ໄປເບິ່ງ ຈຸດວັດແທກລະດັບນ້ຳ ຂອງໂຄງການນ້ຳເທີນ 2 ຢູ່ບ້ານເວີນສະນັ່ນນຳອີກ.

ຂ່າວ: ແຂວງຄໍາມ່ວນ
