ຄວາມຮັກບໍ່ມີວັນ ຕ າ ຍ ເຖີງຈະທຸກຍາກແສນເຂັນ ສອງຕູ້ເຖົ້າກໍ່ບໍ່ມີວັນຖີ້ມກັນ ນີ້ແຫຼະຄືຮັກແທ້ຮັກນິລັກດອນ ວັນທີ 25/7/2021 ທີ່ນະຄອນຫຼວງວຽງຈັນ ຈາກເຟສບຸກ Nana Thavisaph ໄດ້ໂພສວ່າ “ສະບາຍດີ ມື້ນີ້ມີເລື່ອງມາເລົ່າ ຂ້ອຍມາຍ່າງຊື້ແນວກິນແຖວ ຕະຫລາດສາມລ່ຽມ ຍາມແລງ ຕິດກັບຮ້ານ swidish ເຫັນພໍ່ຕູ້ແມ່ຕູ້ເພິ່ນນັ່ງຂາຍເຂົ້າຫນົມ ແມ່ຕູ້ນັ່ງລໍ້ຍູ້, ພໍ່ຕູ້ເວົ້າບໍ່ຄ່ອຍໄດ້ ອີ່ຕົນເພິ່ນ ເພິ່ນວ່າຈ້າງລົດມາແຕ່ ຫນອງແຕ່ງ.

ຄ່ຳມາໄດ້ໄປຂໍທີ່ນອນພັກພິງກັບຄົນໃຈດີເພິ່ນໃຫ້ນອນ ຂ້ອຍກໍ່ໄດ້ອຸດຫນຸນຊ່ວຍເພິ່ນ,ເພິ່ນຍັງບໍ່ທັນກິນເຂົ້າແລງໄດ້ຊື້ເຂົ້າ ຊື້ນ້ຳ ຊື້ເຂົ້າໃຫ້ເພິ່ນກິນເທົ່າທີ່ກຳລັງຂ້ອຍພໍຊ່ວຍໄດ້, ໃຜທີ່ໄດ້ມາຊື້ຂອງກິນສຸກທີ່ ຕະຫລາດສາມລ່ຽມ swidish ຍາມແລງອຸດຫນຸນເພິ່ນແນ່ເດີ່ຊ່ວຍກັນຜູ້ ລະເລັກ ລະຫນ້ອຍ ອີ່ຕົນເພິ່ນ ສ່ວນໃຜທີ່ມີກຳລັງຊັບຫລາຍຢ່າງ ຊ່ວຍເພິ່ນກໍ່ໄປຫາເພິ່ນໄດ້ເລີຍທຸກໆແລງ ເພິ່ນຈະມາຂາຍເຂົ້າຫນົມ ທຸກໆຍາມແລງ ຄົນລາວບໍ່ຖິ້ມກັນ”

.
