ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດພ້ອມຄະນະລົງກວດກາໂຮງໝໍພາກສະໜາມຢູ່ບໍລິສັດຟູລິ (ລາວ)

ເພື່ອຮອງຮັບດ້ານສະຖານທີ່ປິ່ນປົວສຳລັບຜູ້ຕິດເຊື່ອພະຍາດໂຄວິດ-19 ແລະ ສູນກັກກັນແຮງງານລາວທີ່ກັບມາຈາກໄປເຮັດວຽກຢູ່ປະເທດເພື່ອນບ້ານ 26 ກໍລະກົດ 2021ນີ້,ທ່ານພັອ ສົມໝາຍ ພົມມະຈັນ ຫົວໜ້າ ປກສ ແຂວງສະຫວັນນະເຂດ ພ້ອມຄະນະສະເພາະກິດຂັ້ນແຂວງ ລົງຕິິດຕາມກວດກາ,ການຈັດສັນສະຖານທີ່ໂຮງໝໍພາກສະໜາມ, ກວດກາການຕິດຕັ້ງລະບົບແສງສະຫວ່າງ, ການຕິດຕັ້ງລະບົບນ້ຳ ແລະ ລະບົບໂທລະໂຄ່ງ, ຢູ່ໂຮງງານອັບເກດ, ບ້ານໂນນສະຫວາດ, ນະຄອນໄກສອນ ພົມວິຫານ

ເພື່ອເປັນການຮອງຮັບສຳລັບຜູ້ຕິດເຊື້ອເພີມຂຶ້ນໃນແຕ່ລະວັນຢູ່ພາຍໃນແຂວງສະຫວັນນະເຂດ ແລະ ໃຫ້ພຽງພໍ, ຫຼີກລ່ຽງຄວາມແອອັດຂອງຜູ້ຕິດເຊື້ອພະຍາດໂຄວິດ-19, ເຊິິ່ງໃນແຕ່ລະວັນໄດ້ມີແຮງງານລາວກັບຄືນປະເທດເປັນຈຳນວນບໍ່ໜ້ອຍ

ສ່ວນໃຫຍ່ແມ່ນຂ້າມມາທາງຂົວມິດຕະພາບແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ,ໃນນັ້ນ,ກໍ່ໄດ້ມີແຮງງານລາວຈຳນວນໜຶ່ງກວດພົບວ່າຕິດເຊື້ອພະຍາດໂຄວິດ-19,ເຊິ່ງໃນແຕ່ລະວັນແມ່ນມີຫຼາຍກໍລະນີພໍສົມຄວນ,

ສະນັ້ນ ທາງນະສະເພາະກິດຂັ້ນແຂວງຈຶ່ງໄດ້ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອໂດຍໄດ້ກຳນົດເອົາ ບໍລິສັດ ຟູລິ(ລາວ)ເປັນໂຮງໝໍສຳລັບປິ່ນປົວຜູ້ຕິດເຊື້ອ ແລະ ຈຸດສູນກັກກັ້ນ ຫຼື ກັນກ່ອງແຮງງານທີ່ກັບມາປະເທດ,ເຊິິ່ງຈຸດດັ່ງກ່າວແມ່ນມີພື້ນທີ່ກ້ວາງ, ສາມາດຮອງຮັບຜູ້ຕິດເຊື້ອໄດ້ສູງເຖິງ 10,000ກ່ວາຄົນ, ປະຈຸບັນໂຮງໝໍດັ່ງກ່າວແມ່ນສາມາດເປີດໃຫ້ບໍລິການປິ່ນປົວ ແລະ ກັກກັນເປັນທີ່ຮຽບຮ້ອຍແລ້ວ.

ພ້ອມດຽວກັນນີ້ທ່ານຫຍັງສືບຕໍ່ເຄື່ອນໄຫວຊີ້ນຳວຽກງານວິຊາສະເພາະຢູ່ສູນກັກກັ້ນ ຫຼື ກັນກ່ອງແຮງງານລາວທີ່ກັບຈາກປະເທດເພື່ອນບ້ານຢູ່ ໂຮງຮຽນ ມຕ ໂພນສະຫວາງເໜືອ ເພື່ອເຄື່ອນຍ້າຍແຮງງານຢູ່ສູນດັ່ງກ່າວເຂົ້າສູນກັກກັນ ຫຼື ໂຮງໝໍພາກສະໜາມຢູ່ ບໍລິສັດຟູລິ(ລາວ)ແລະໄດ້ລົງ ຈຸດກວດກາຂ້າເຂົ້າ-ຂ້າອອກແຮງງານລາວ ຢູ່ຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານຕື່ມອີກ.
