ໃນວັນທີ່ 25.07.2021 ເວລາ 12:33 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 084 1625ວ່າມີີ ອຸບັດຕິເຫດຂັບຂີ່ລົດຈັກຕົກຮ່ອງ ຢູ່ບ້ານ ໃຫຍ່ຫ້ວຍຊາຍເໜືອ (ໜ້າຮ້ານປີ້ງເປັດໂຄ້ງແວບ)ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເມື່ອໜ່ວຍກູ້ຊີບອົງການກາແດງລາວແຂວງບໍ່ແກ້ວ ອອກກວດສອບເຫດພົບຜູ້ບາດເຈັບ03ອາການບາດເຈັບເບື້ອງຕົ້ນ.

-ຜູ້ທີ່1 :ເພດຍິງ ອາຍຸ19ປີ ສັນຊາດລາວ ປັດຈຸບັນຢູ່ບ້ານ ຫ້ວຍຊາຍເໜືອ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ. ມີບາດແຜ:ຫົວໂນ່,ໜ້າທະເລີ້ນ,ຄໍທະເລີ້ນ.

-ຜູ້ທີ່2: ເພດຍິງ ອາຍຸ19ປີ ສັນຊາດລາວ ປັດຈຸບັນຢູ່ບ້ານຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ມີບາດແຜ: ແຂນສອກທະເລີ້ນ,ຫົວເຂົ່າທະເລີ້ນ

-ຜູ້ທີ່3: ເພດຍິງ ອາຍຸ18ປີ ສັນຊາດລາວ ປັດຈຸບັນຢູ່ບ້ານ ຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ມີບາດແຜ:ບ່າໄຫຼ່ທະເລີ້ນບວມ.

ທາງໜ່ວຍກູ້ຊີບອົງການກາແດງລາວແຂວງບໍ່ແກ້ວໄດ້ທຳການປະຖົມພະຍາບານຂັ້ນເບື້ອງຕົ້ນກ່ອນນຳສົ່ງກັບໂຮງໝໍແຂວງບໍ່ແກ້ວ.

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️084 212117. ☎️084 1625☎️. ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ. 🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ໂລງສົບ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 084 212117,084 1625☎️