ກົມສັງຄົມສົງເຄາະ ໃນນາມກອງເລຂາຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ອອກແຈ້ງການເຕືອນໄພ ລົມພາຍຸໝຸນດີເປຊັນ ເຈີມປາກາ ໄດ້ອ່ອນກໍາລັງລົງກາຍເປັນ ຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງ ຍັງສືບຕໍ່ເຮັດໃຫ້ມີຝົນ ຢູ່ໃນຂອບເຂດທົ່ວປະເທດ ໃນວັນທີ 24 ກໍລະກົດ 2021 ຕາມພະຍາກອນລະດັບນໍ້າໃນແມ່ນໍ້າຂອງ, ແມ່ນໍ້າສາຂາ ເຫັນວ່າ ລະດັບນໍ້າເຊບັ້ງໄຟ ໄດ້ຍື່ງຂຶ້ນຢູ່ໃນລະດັບ 16:00 ແມັດ (ລະດັບເຕືອນໄພ 17.50 ແມັດ ແລະ ລະດັບອັນຕະລາຍ 18.50 ແມັດ) ຄາດຄະເນໃນຕໍ່ໜ້າ ວັນທີ 25 ກໍລະກົດ 2021 ລະດັບນໍ້າຈະສູງຂຶ້ນໃນລະດັບ 17.60 ແມັດ ແລະ ວັນທີ 26 ກໍລະກົດ 2021 ລະດັບນໍ້າຈະສູງຂຶ້ນໃນລະດັບ 18.48 ແມັດ ເຊິ່ງຈະຢູ່ໃນລະດັບອັນຕະລາຍ.
ສະນັ້ນ, ຈຶ່ງຂໍແຈ້ງເຖິງອໍານາດການປົກຄອງທຸກພາກສ່ວນດັ່ງນີ້:
1. ໃຫ້ຕິດຕາມສະພາບການຢ່າງໃກ້ຊິດ ເປັນຕົ້ນ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ໂທລະພາບ, ວິທະຍຸ ແລະ ສື່ອອນໄລທາງການອື່ນໆ ພ້ອມທັງປະສານໃກກ້ຊິດກັບກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ.
2. ແຕ່ງຕັ້ງຄະນະລົງຕິດຕາມລະດັບນໍ້າຢ່າງໃກ້ຊິດ.
3. ກຽມພ້ອມດ້ານກໍາລັງ, ພາຫະນະ, ອຸປະກອນ, ເຄື່ອງຊ່ວຍເຫລືອຕ່າງໆ ແລະ ວາງແຜນຮັບມືສຸກເສີນ.
4. ກະກຽມກໍານົດສະຖານທີ່ຫລົບໄພຊົ່ວຄາວ, ແຈ້ງເຕືອນ ພໍ່ແມ່ປະຊາຊົນໃຫ້ຮັບຊາບ ແລະ ມີສະຕິກຽມມ້ຽນສິ່ງຂອງ, ສັດລ້ຽງ, ກຽມຄວາມພ້ອມ, ປ້ອງກັນ ແລະ ຮັບມືກັບເຫດການໄພພິບັດ ທີ່ອາດເກີດຂຶ້ນໃຫ້ທັນເວລາ.

.
