ວັນທີ 13/7/2021 ເຈົ້າໜ້າທີ່ຕໍາຫຼວດ ສາມາດກັກຕົວຜູ້ຄ້າຂ າ ຍ ຢ າ ເ ສ ບ ຕິ ດ ໄດ້ລາຍໃຫຍ່. ມີຢ າ ບ້ າທັງໝົດ 16.976.000 ເມັດ!

ຊົມເຊີຍ ຜົນງານເຈົ້າຫນ້າທີ່ ປກສ ເມືອງໄຊທານີ ສາມາດຈັບຂະບວນການຄ້າຂ າ ຍ ຢ າ ບ້ າຈຳນວນຫລາຍ. ໃນເວລາ 10 ໂມງຂອງວັນທີ 13 ກໍລະກົດ 2021 ເຈົ້າຫນ້າທີ່ຕຳຫລວດ ສະຖານີ 1191 ສະພັງມືກ ໄດ້ອອກກວດກາເສັ້ນທາງ ຖະຫນົນ 450 ປີ. ພໍຂີ່ລົດໄປຮອດ ສູນການຄ້າສຸວັນນີ ໄດ້ພົບເຫັນລົດທີ່ຕ້ອງສົງໃສ ເປັນລົດເຄນ 6 ລໍ້ ນ້ອຍ ໄດ້ຂັບຂີ່ມາແຕ່ເສັ້ນທາງບ້ານ ໂຊກນ້ອຍ ເມື່ອຄົນຂັບລົດ 6 ລໍ້ ເຫັນລົດຂອງເຈົ້າຫນ້າທີ່ ໄດ້ສະແດງທ່າທີຜິດປົກກະຕິ. ດັ່ງນັ້ນເຈົ້າຫນ້າທີ່ຈື່ງຂີ່ລົດຕິດຕາມເພື່ອຂໍ ກວດສອບແຕ່ຄົນຂັບລົດ 6 ລໍ້ບໍ່ຍອມຢຸດແລ້ວໄດ້ເລັ່ງລົດຫນີ ເຈົ້າຫນ້າທີ່.

ຫລັງຈາກນັ້ນໄດ້ມີລົດ ຟໍຈູນເນີ້ ສີຂາວໄດ້ຂັບຂີ່ມາຕາມຫລັງລົດ 6 ລໍ້ ແລ້ວຂີ່ລົດພະຍາຍາມຕັນລົດເຈົ້າຫນ້າທີ່ບໍ່ໃຫ້ລົດເຈົ້າຫນ້າທີ່, ຂີ່ໄປທັນລົດ ເຄນ 6 ລໍ້ແຕ່ເຈົ້າຫນ້າທີ່ໃຊ້ຄວາມພະຍາຍາມ ຈົນຂີ່ໄປຮອດຕະຫລາດຊຸມຊົນ ນາແຄ, ລົດຟໍຈຸນເນີ້ ກ່ໄດ້ແຊງຫນ້າລົດ ເຄນ 6 ລໍ້ ໄປ ສ່ວນລົດເຄນ 6 ລ້ໄກ້ລຸດຄວາມໄວລົງ.

ຫລັງຈາກນັ້ນ ມີກຳມະກອນ ຢູ່ຫລັງລົດ 6 ລໍ້ຈຳນວນ 2 ຄົນ ໄດ້ໂຕນອອກຈາກລົດ ເພື່ອເອົາໂຕຫລົບຫນີ ສ່ວນຄົນຂັບລົດ ແລະ ຜູ້ໂດຍສານ ນັ່ງຂ້າງຄົນຂັບລົດ 6 ລໍ້ ກໍ່ຕັດສິນໃຈ ໂຕນອອກຈາກລົດ ເພື່ອເອົາໂຕຫລົບຫນີ ເຊັ່ນກັນ. ແຕ່ຄົນຂັບລົດ 6 ລໍ້ໂຕນອອກຜິດພາດ ຕົກລົງກາງຫົນທາງ ເຈົ້າຫນ້າທີ່ຈື່ງສາມາດຈັບໂຕໄວ້ໄດ້ ສ່ວນລົດເຄນ 6 ລໍ້ ໄດ້ໃຫລໄປອີກປະມານ 50 ແມັດ ຈື່ງສາມາດຢຸດລົດໄດ້ ພໍເຈົ້າຫນ້າທີ່ໄປກວດສອບລົດ ບໍ່ມີຄົນຢູ່ພາຍໃນລົດ. ເຊີ່ງລົດ ເຄນ 6 ລໍ້ຄັນດັ່ງກ່າວປ້າຍທະບຽນ ບຄ 6014 ສີຟ້າ ເຈົ້າໜ້າທີ່ໄດ້ທຳການກວດສອບ ລົດເຄນ 6 ລໍ້ຄັນດັ່ງກ່າວ ມີສິງຜິດກົດຫມາຍປະເພດ ຢ າ ບ້ າ ຈຳນວນ 85 ກະເປົາ ກະເປົາຫນື່ງບັນຈຸ 10 ມັດ ເທົ່າກັບ 8,488 ມັດ ເທົ່າກັບ 16,976,000 ເມັດ ນຳ້ຫນັກ 1,953 kg. ຜູ້ຖືກຫາທີ່ເຈົ້າຫນ້າທີ່ຈັບໄດ້ຊື່ ທ້າວ ເນັ່ງຊົງ ສ່ວນຄົນອື່ນໆ ທີ່ເອົາໂຕລົບຫນີເຈົ້າທີ່ກຳລັງຕິດຕາມ ເພື່ອເອົາມາດຳເນີນຂະດີຕາມລະບຽບກົດຫມາຍ ສ່ວນຂໍ້ມູນທີ່ຊັດເຈນເຈົ້າຫນ້າທີ່ຈະມີການລາຍງານເພີ່ມຕື່ມ.

ທີ່ມາ: ກົດໝາຍລົງໂທດ

.

.

.

Leave a Reply

Your email address will not be published. Required fields are marked *