ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ເພື່ອປະຕິບັດຕາມຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ບັນດາ ແຈ້ງການ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ ຢູ່ ສປປ ລາວ.ຈຶ່ງແຈ້ງໃຫ້ບັນດາທ່ານ ເອົາໃຈໃສ່ປະສານສົມທົບກັບດ່ານເຊິ່ງໜ້າ ເພື່ອຮັບເອົາ ແຮງງານລາວ ຫຼື ພົນລະເມືອງລາວ ທີ່ຕົກຄ້າງຢູ່ ຣາຊະອານາຈັກໄທ, ໂດຍຕ້ອງປະຕິບັດຕາມກົນໄກ ຄືດັ່ງນີ້:

ແຮງງານລາວ 349 ຄົນ ໄດ້ຮັບການຊ່ວຍເຫຼືອເອົາກັບຄືນປະເທດ ຜ່ານດ່ານ ຂົວມິດຕະພາບ 1  – All in LAOS

1. ແຮງງານລາວ ຫຼື ພົນລະເມືອງລາວ ທີ່ມີເອກະສານເດີນທາງຖືກຕ້ອງ, ຄົບຖ້ວນ ໃຫ້ຖືເອົາກົນໄກການປະສານສົມທົບກັບດ່ານເຊິ່ງໜ້າ ເພື່ອຮັບເອົາເຂົາເຈົ້າກັບຄືນ ສປປ ລາວ

ແຮງງານລາວ ທີ່ເຄື່ອນຍ້າຍແບບບໍ່ຖືກຕ້ອງລະບຽບການຍັງມີຫຼາຍ ແລະ  ຍັງຖືກເອົາປຽບຈາກນາຍຈ້າງ. – ສື່ລາວ.ຄອມ

2. ການຮັບເອົາແຮງງານລາວ ຫຼື ພົນລະເມືອງລາວ ທີ່ເດີນທາງໄປ ຣາຊະອານາຈັກໄທ ແບບບໍ່ຖືກຕ້ອງ ໃຫ້ປະຕິບັດຄືດັ່ງນີ້: (ສຶກສາອົບຮົມ, ກ່າວເຕືອນ ແລະ ຫ້າມບໍ່ໃຫ້ມີການປັບໃໝ)

ຕ້ອນຮັບ ແຮງງານລາວ 103 ຄົນ ທີ່ມາຈາກປະເທດສຸມສ່ຽງ ເຂົ້າສູນກັ່ນຕອງ ຫຼັກ 27  ນະຄອນຫຼວງວຽງຈັນ – All in LAOS

2.1 ຜູ້ທີ່ມີເອກະສານ ຫຼື ຂໍ້ມູນ ທີ່ສາມາດຢັ້ງຢືນວ່າເປັນພົນລະເມືອງລາວ ເຊັ່ນ: ບັດປະຈຳຕົວ, ສໍາມະໂນຄົວ ຫຼື ໜັງສືຢັ້ງຢືນອື່ນ ໃຫ້ປະຕິບັດ ຕາມກົນໄກການປະສານສົມທົບ ກັບດ້ານເຊິ່ງໜ້າ ເພື່ອຮັບເອົາເຂົາເຈົ້າກັບຄືນ ສປປ ລາວ

gh4 | ຂ່າວທັນເຫດການ

2.2 ຜູ້ທີ່ບໍ່ມີເອກະສານ ຫຼື ຂໍ້ມູນ ທີ່ບໍ່ສາມາດຢັ້ງຢືນວ່າເປັນພົນລະເມືອງລາວ ໃຫ້ປະສານສົມທົບກັບດ່ານເຊິ່ງໜ້າເພື່ອເກັບກໍາຂໍ້ມູນ ເຊັ່ນ: ຊື່, ນາມສະກຸນ, ວັນເດືອນປີເກີດ, ທີ່ຢູ່ໃນ ສປປ ລາວ, ໄປເຮັດວຽກຫຍັງຢູ່ ໄທ, ເບີໂທພໍ່-ແມ່ ຫຼືຍາດພີ່ນ້ອງຢູ່ ລາວ ເພື່ອສັງລວມຂໍ້ມູນ ປະສານຫາພາກສ່ວນກ່ຽວຂ້ອງ ພິສູດວ່າເປັນພົນລະເມືອງລາວແທ້ ກ່ອນຈະອະນຸຍາດ ໃຫ້ເດີນທາງເຂົ້າ ສປປ ລາວ

ຕົ້ນປີ! ມີແຮງງານລາວ ລັກລອບເຂົ້າປະເທດຜ່ານເມືອງສອງຄອນ ທັງໝົດ 85 ຄົນ -  ເປັນເລື່ອງ

3. ການຮັບເອົາ ພົນລະເມືອງລາວ ຫຼື ແຮງງານລາວ ທຸກຄັ້ງ ຕ້ອງຮີບຮ້ອນປະສານສົມທົບກັບ ຄະນະສະເພາະກິດທ້ອງຖິ່ນນັ້ນ ເພື່ອພາຕົວພວກກ່ຽວ ໄປກວດຫາເຊື້ອ COVID-19 ແລະ ໄປຈໍາກັດບໍລິເວນ ຕາມສະຖານທີ່ ທີ່ກໍານົດໄວ້.ຈາກນັ້ນ ໃຫ້ສັງລວມຂໍ້ມູນລາຍງານ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາວັນ (14:00 ໂມງ).

ຂ່າວດີ ແຊບອກຕໍ່ ເດີແຮງງານລາວ ເຮັດວຽກຢູ່ໄທ ສາມາດສືບຕໍ່ເຮັດວຽກ ໄດ້ອີກ 2 ປີ –  ຂ່າວເຊົ້າ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

ไม่มีคำอธิบายรูปภาพ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

Leave a Reply

Your email address will not be published. Required fields are marked *