ໃນວັນທີ 8 ກໍລະກົດ 2021 ເວລາປະມານ 19 ໂມງ, ຢູ່ເຂດບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີຊາຍຄົນໜຶ່ງຂັບລົດກະບະໝາຍເລກທະບຽນ ກຈ 1300 ສະຫວັນນະເຂດ ມຸ່ງໜ້າມາທາງນະຄອນຫຼວງວຽງຈັນ ໄດ້ເກີດອຸປະຕິເຫດຕຳເຊີ່ງໜ້າກັນກັບລົດຈັກ ເວບ 100 ໝາຍເລກທະບຽນ ຈຣ 8333 ກຳແພງນະຄອນ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ 1 ຄົນ, ແລ້ວລາກໄປຕຳໃສ່ລົດຈັກອີກຄັນ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ສົມຄວນ 2 ຄົນ.

ຊາບຊື່ຜູ້ເສຍຊີວິດຊື່ທ້າວ ພົງ ອາຍຸ 34 ປີ ກຳມະກອນ ຢູ່ບ້ານຫົວນາ ເມືອງ ປາກງື່ມ ນວ, ສ່ວນສາເຫດຂອງການເກີດອຸປະຕິເຫດໃນຄັ້ງນີ້ ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ນວ ຄາດວ່າແມ່ນການຂັບຂີ່ລົດດ້ວຍຄວາມໄວ ແລະ ແຊງບໍ່ຮັບປະກັນ.

ຕໍ່ກັບເຫດການນີ້, ກອງບັນຊາການ ປກສ ນວ ຂໍສະເເດງຄວາມເສຍໃຈຕໍ່ການສູນເສຍຂອງຄອບຄົວຂອງຜູ້ເສຍຊີວິດ-ຜູ້ໄດ້ຮັບບາດເຈັບ ແລະ ຂໍຮຽກຮ້ອງມາຍັງນັກຂັບຂີ່ທັງຫຼາຍ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດລະບຽບຈະລາຈອນຢ່າງເຂັ້ມງວດ, ປະຕິບັດຕາມປ້າຍຫ້າມ – ປ້າຍເຕືອນຕ່າງໆເປັນຕົ້ນ ບໍ່ຄວນຂັບຂີ່ລົດໄວເກີນກຳນົດ, ການແຊງກໍໃຫ້ມີຄວາມຮັບປະກັນ, ບໍ່ລ່ວງໄຟອຳນາດ, ນັກຂັບຂີ່ລົດໃຫຍ່ໃຫ້ໃສ່ສາຍຫັດນິລະໄພ, ສ່ວນນັກຂັບຂີ່ລົດຈັກ ກໍ່ໃຫ້ໃສ່ໝວກກັນກະທົບທຸກຄັ້ງ ແລະ ບໍ່ດື່ມສິ່ງມື່ນເມົາໃນເວລາຂັບຂີ່ລົດ ເພື່ອຄວາມປອດໄພ ແລະ ທັງເປັນການຫຼຸດຜ່ອນອຸປະຕິເຫດໃນສັງຄົມ.

ປກສ ນະຄອນຫຼວງວຽງຈັນ

Leave a Reply

Your email address will not be published. Required fields are marked *