ສະຖານີລົດໄຟຫຼວງພະບາງໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະ ໄດ້ເປີດຜ້າຄຸມຮູບໂສມອອກດ້ວຍພາບວິວສູງ, ເຊິ່ງໂຄງສ້າງຂອງຫຼັງຄາໄດ້ໃຊ້ຮູບແບບ “ສາມລວງຕັ້ງ ຫນຶ່ງລວງຂວາງ” ໂດຍຖືວ່າເປັນຮູບແບບທີ່ມີຄວາມສະຫຼັບຊັບຊ້ອນ ແລະ ເປັນອາຄານທີ່ມີຄວາມໂດດເດັ່ນທີ່ສຸດຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.”

ສະຖານີດັ່ງກ່າວໄດ້ຮັບເຫມົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟສປຈີນ, ມີເນື້ອທີ່ທັງຫມົດ 7.970 ຕາແມັດ, ຕິດຕັ້ງ 2 ຊານສະຖານີ 4 ສາຍທາງ, ຮອງຮັບຜູ້ໂດຍສານໄດ້ຫຼາຍເຖິງ 1.200 ຄົນ,

ການອອກແບບເປັນໂຄງສ້າງເຫຼັກ ແລະ ມີຫຼາຍຂັ້ນຕອນໃນການປະກອບ ພ້ອມການຕິດຕັ້ງທີ່ຕ້ອງມີຄວາມລະອຽດສູງ ແລະ ມີຄວາມຫຍຸ້ງຍາກທີ່ສຸດ,

ໃຫ້ສໍາເລັດການກໍ່ສ້າງຫຼັງຄາທີ່ມີຄຸນນະພາບ ແລະມີມາດຕະຖານສູງ ທາງໂຄງການໄດ້ນໍາໃຊ້ເຕັກໂນໂລຊີ BIM (ສ້າງແບບຈໍາລອງຂໍ້ມູນອາຄານ), ເພື່ອຈໍາລອງສະແດງການຕິດຕັ້ງຕາຫນ່າງໂຄງສ້າງເຫຼັກ ພ້ອມທັງໄດ້ສ້າງແຜນງານກໍ່ສ້າງພິເສດກັບຊ່ຽວຊານ ສປຈີນ,

ໃນໄລຍະໄດ້ຮັບຜົນກະທົບຂອງພະຍາດ COVID-19 ທາງໂຄງການໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ, ການກໍ່ສ້າງ ພ້ອມທັງເສີມສ້າງການປະຕິບັດວຽກງານສົມທົບກັບການກວດກາດ້ານເຕັກນິກຂອງສະຫນາມກໍ່ສ້າງຢ່າງເຂັ້ມງວດ, ເປັນການຮັບປະກັນເຖິງຄວາມສຳເລັດແລະປອດໄພໃຫ້ແກ່ຊັ້ນໂຄງສ້າງເຫຼັກຂອງຫຼັງຄາຢ່າງມີຄຸນນະພາບ,

ປັດຈຸບັນນີ້ສະຖານີລົດໄຟຫຼວງພະບາງກໍາລັງດໍາເນີນວຽກງານດ້ານການຕົບແຕ່ງ ແລະ ຕິດຕັ້ງເຄື່ອງໄຟຟ້າ, ຄາດວ່າເດືອນສິງຫານີ້ຈະສໍາເລັດຮູບໂສມທັງຫມົດຂອງອາຄານສະຖານີດັ່ງກ່າວ

CRI-FM93