ວັນທີ 8 ກໍລະກົດ 2021 ນີ້ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ມາຮອດເວລາ 7:30 ນາທີ ໄດ້ເຮັດໃຫ້ແມ່ນໍ້າຍາງ ແມ່ນໍ້າເງິນ ບວກກັບນໍ້າປ່າໄຫຼສຸເຂົ້າຖ້ວມ ທົ່ງນາ ຮົ້ວ-ສວນ ແລະ ບ້ານເຮືອນປະຊາຊົນ ຈຳນວນຫຼາຍບ້ານ.

.

.

ຈາກນັ້ນຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ,ໄດ້ສົມທົບພາກສ່ວນທີ່ກ່ຽວຂ້ອງ, ເຈົ້າໜ້າທີ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຄວາມຊ່ວຍເຫຼືອປະຊາຊົນ ທີ່ຢູ່ຕາມແຄມແມ່ນໍ້າຍາງ, ແມ່ນໍ້າເງິນ ໃນການຂົນເຄື່ອງ ຍ້າຍຂອງ ແລະ ສັດລ້ຽງຂອງປະຊາຊົນ ອອກຈາກເຂດດັ່ງກ່າວໄປໄວ້ໃນເຂດທີ່ປອດໄພແລ້ວ,

ປະຈຸບັນນໍ້າໄດ້ບົກແຫ້ງລົງແລ້ວ ທາງອົງການປົກຄອງເມືອງ ເຊີ່ງນຳໂດຍ ທ່ານທະວິສັກ ໄຊຍະວົງ ເຈົ້າເມືອງ-ເມືອງເງິນ ພ້ອມດ້ວຍຄະນະກຳມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ ໄດ້ລົງໄປເບິ່ງພື້ນທີ່ໆຖືກຜົນກະທົບໄພທຳມະຊາດ ນໍ້າຖ້ວມ ບ້ານເຮືອນປະຊາຊົນ ແລະ ທົ່ງນາຈຳນວນໜຶ່ງ ພ້ອມທັງແນະນຳໃຫ້ຄະນະກຳມະການຕ້ານ ແລະ ສະກັດກັ້ນ ໄພພິບັດຂັ້ນເມືອງ ສົມທົບກັບອົງການປົກຄອງບ້ານ ລົງເກັບກຳຂໍ້ມູນເບື້ອງຕົ້ນ, ສ່ວນມູນຄ່າການເສຍຫາຍຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ເຊີ່ງປີນີ້ ເມືອງເງິນ ແມ່ນໄດ້ຖຶກຜົນກະທົບຈາກໄພພິບັດນ້ຳຖ້ວມເຖີງ 2 ຄັ້ງ ພາຍໃນໄລຍະເວລາບໍ່ເຖີງເດືອນ. ຄັ້ງທີ 1 ແມ່ນວັນທີ 14 ມິຖຸນາ ແລະ ຄັ້ງທີ 2 ແມ່ນ ວັນທີ 8 ກໍລະກົດ 2021 ເຊີ່ງສ້າງຄວາມເສຍຫາຍໜັກພໍສົມຄວນ.

ແຫ່ລງຂ່າວ: ອິນແປງ ແຫວນຄຳ
