ທ້າວໝັ້ນ ແກ້ວມະນີ ອາຍຸ 60 ປີ ອາຊີບເຮັດນາ ບ້ານຄົກເພີງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມຄົກເພີງ ເຂົ້າສະເເດງຕົວຈັບກຸມພາຍຫຼັງໄດ້ຮັບຂໍ້ມູນທີ່ຊັດເຈນຈາກປະຊາຊົນ ແລະ ໃນຂະນະທີ່ທຳການກວດຄົ້ນຕົວຜູ້ກ່ຽວພົບເຫັນ ຢ ຈຳນວນ 405 ເ ມັ ດ ໃນຖົງໂສ້ງເຊີ່ງຜູ້ກ່ຽວອ້າງວ່າຈະໄປສົ່ງໃຫ້ລູກຄ້າທີ່ລໍຖ້າຢູ່ແຄມຖະໜົນບ້ານດັ່ງກ່າວ.

ພັທ ຄຳຜົງ ໂຊກຄຳແສນ ຫົວໜ້າ ປກສ ກຸ່ມຄົກເພີງ ເມືອງສັງທອງໄດ້ໃຫ້ຮູ້ວ່າ: ໃນວັນທີ 1 ມິຖຸນາ 2021 ເວລາປະມານ 19: 21 ນາທີ ພວກເຮົາໄດ້ທຳການຈັບກຸມຜູ້ກ່ຽວຕາມການລາຍງານຂອງພົນລະເມືອງດີ ແລະ ຜ່ານການລົງຕິດຕາມຢ່າງໃກ້ຊິດຈາກກຳລັງເຮົາ, ຜ່ານການສອບສວນຂອງເຈົ້າໜ້າທີ່ທ້າວ ໝັ້ນ ແກ້ວມະນີ, ອາຍຸ 60 ປີ ອາຊີບເຮັດນາ ຢູ່ບ້ານຄົກເພີງ ເມືອງສັງທອງ ນວ, ຜູ້ກ່ຽວໄດ້ຮັບສາລະພາບວ່າ ຢ 405 ເ ມັ ດ ເຈົ້າໜ້າທີ່ກວດພົບເຫັນໃນເວລາຈັບກຸມຢູ່ໃນຖົງໂສ້ງແມ່ນຂອງຕົນເອງແທ້ ທີ່ກະກຽມຈະເອົາມາສົ່ງໃຫ້ລູກຄ້າຢູ່ແຄມຖະໜົນບ້ານຄົກເພີງຕາມການນັດໝາຍທາງໂທລະສັບ ແລະ ຜ່ານມາຕົນເອງແມ່ນມີການພົວພັນຊື້-ຂ າ ຍ ຢ ມາຕັ້ງແຕ່ປີ2017.

ຕໍ່ກັບຄະດີດັ່ງກ່າວເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນເປີດກວ້າງ, ຂະຫຍາຍຜົນຊອກຫາກຸ່ມແກ້ງ, ພັກພວກຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ ແລະເພື່ອເປັນການຕ້ານສະກັດກັ້ນປະກົດການຫຍໍ້ທໍ້ໃຫ້ຫຼຸດລົງໂດຍສະເພາະບັນຫາ ຢ
ສະນັ້ນ,ກອງບັນຊາການປກສນະຄອນຫຼວງວຽງຈັນຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນ, ເວົ້າສະເພາະຊາວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ໄປພົວພັນນຳຢາເສບຕິດຖ້າພົບເຫັນການເຄື່ອນໄຫວທີ່ຜິດຕໍ່ລະບຽບການດຳລົງຊີວິດຂອງສັງຄົມອັນນຳໄປສູ່ຄວາມບໍ່ສະຫງົບຂໍໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ຢູ່ໃກ້ທ່ານຫຼື ຜ່ານຊ່ອງທາງເບີວອດແອັບ02028899774 ແລະແຈ້ງຜ່ານຊ່ອງທາງເຟສບຸກປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.