ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດວຽກງານຂອງຄະນະສະເພາະກິດປ້ອງກັນ ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ໄດ້ຈັດຂຶ້ນ ໃນ ວັນທີ 1 ກໍລະກົດ 2021 ທີ່ ສະ ໂມສອນໃຫຍ່ເມືອງວັງວຽງ ແຂວງວຽງຈັນ.
.

ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຈັນ ມາລາວົງ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆວັງວຽງ. ເຂົ້າຮ່ວມມີທ່ານຄະນະປະຈໍາພັກເມືອງ, ຄະນະສະເພາະກິດຂອງເມືອງ, ຫົວຫນ້າຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ຫົວຫນ້າກຸ່ມບ້ານ, ຫົວຫນ້າກຸ່ມທຸລະກິດ ແລະ ຜູ້ປະກອບການໂຮງແຮມ, ຣີສອດ,ເຮືອນພັກ, ຮ້ານອາຫານ, ຮ້ານກີນດື່ມ,ຮ້ານບັນເທິງ,ຮ້ານສາລາເບຍ ເຂົ້າຮ່ວມ.

ຈຸດປະສົງໃນກອງປະຊຸມຄັ້ງນີ້ແມ່ນ ເພື່ອເປັນການປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງຄະນະ ສະເພາະກິດຂອງເມືອງ ແລະ ການປະຕິບັດມາດຕະການຕ່າງໆ ໃຫ້ມີຄວາມເຂັ້ມງວດຂຶ້ນ ເພື່ອເປັນການປ້ອງກັນການ ແຜ່ລະບາດຂອງພະຍາດ ໂ ຄ ວິ ດ , ເນື່ອງຈາກການແຜ່ລະບາດຂອງພະຍາດ ໂ ຄວິ ດ ຍັງສືບຕໍ່ແຜ່ລະບາດຢູ່ໃນຫຼາຍທ້ອງຖິ່ນຂອງປະເທດ.

ໂດຍ ສະເພາະແມ່ນຢູ່ໃນນະຄອນຫຼວງວຽງຈັນ ແລະ ປະຈຸບັນແມ່ນກໍາລັງມີການແຜ່ລະບາດຢູ່ ເມືອງໂພນໂຮງ ເຊິ່ງເປັນພື້ນທີ່ໃກ້ຄຽງ ແລະ ເປັນເມືອງສາຍແດນຕິດກັບ, ມີການໄປ-ມາຫາສູ່ກັນຂອງຜູ້ຄົນ ແລະ ເນື່ອງຈາກວ່າເມືອງວັງວຽງເປັນທາງຜ່ານ ແລະ ເປັນເມືອງທີ່ມີສະຖານທີ່ທ່ອງທ່ຽວທີ່ຜູ້ຄົນມັກຈະມາພັກຜ່ອນ. ຈຶ່ງເຮັດໃຫ້ຍັງມີຜູ້ຄົນເດີນທາງເຂົ້າ-ອອກຕະຫຼອດ ເຊິ່ງໄດ້ມີຄົນຈໍານວນຫນຶ່ງທີ່ເດີນ ທາງໄປ-ມາ ໂດຍບໍ່ໄດ້ມີການກວດກາ ແລະ ບໍ່ໄດ້ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ.

ເມື່ອບໍ່ດົນນີ້ກໍ່ໄດ້ມີກໍລະນີ ຕິດເຊື້ອໄດ້ມາເຄື່ອນໄຫວຢູ່ເມືອງວັງວຽງ ແລະ ມີຜູ້ຄົນຈໍານວນຫຼາຍໄດ້ສໍາຜັດໃກ້ຊິດກັບຜູ້ກ່ຽວ ເຮັດໃຫ້ເມືອງວັງວຽງ, ເປັນພື້ນທີ່ມີຄວາມສ່ຽງສູງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂ ຄ ວິ ດ ດັ່ງນັ້ນທ່ານເຈົ້າເມືອງ ແລະ ການນໍາຂັ້ນເມືອງຈຶ່ງໄດ້ເປີດກອງປະຊຸມໃນຄັ້ງນີ້ເພື່ອເປັນການປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານ ເພື່ອເພີ່ມຄວາມເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 , ທ່ານເຈົ້າເມືອງຍັງໄດ້ຮຽກຮ້ອງໃຫ້ປະຊາຊົນຊາວເມືອງວັງວຽງຈົ່ງພ້ອມກັນມີສະຕິສູງໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ດັ່ງນີ້

1. ໃຫ້ປະຊາຊົນຊາວເມືອງວັງວຽງ ຫຼິກລ້ຽງການເດີນທາງໄປນະຄອນຫຼວງວຽງຈັນ, ແຂວງ ແລະ ເມືອງ ທີ່ຍັງມີການລະບາດຂອງພະຍາດ ໂ ຄ ວິ ດ ຖ້າບໍ່ຈຳເປັນ, ໃຫ້ອົງການປົກຄອງບ້ານເປັນເຈົ້າການຕິດຕາມເຝົ້າລະວັງການເດີນທາງເຂົ້າມາຂອງລຸກຫຼານ ຫຼື ສະມາຊິກໃນຄອບຄົວທີ່ດຳລົງຊີວິດ, ປະຕິບັດວຽກງານ ຫຼື ສຶກສາຮໍ່າຮຽນຢູ່ນະຄອນຫຼວງວຽງຈັນ, ແຂວງ ຫຼື ເມືອງອື່ນໆ ທີ່ຍັງມີການແຜ່ລະບາດຂອງພະຍາດ ໂ ຄ ວິ ດ, ຖ້າມີການເດີນທາງເຂົ້າມາຂອງກຸ່ມຄົນດັ່ງກ່າວ ຕ້ອງຮັບປະກັນໃຫ້ປະຕິບັດມາດຕະການທີ່ໄດ້ກໍານົດອອກ ພ້ອມທັງໃຫ້ລາຍງານຄະນະສະເພາະຂັ້ນເມືອງດ້ວຍຄວາມເປັນເຈົ້າການ.

2. ຫ້າມນັກທ່ອງທ່ຽວທີ່ມາພັກຜ່ອນຈັດງານສ້າງສັນ ດື່ມເຫຼົ້າ ເບຍໃນສະຖານທີ່ທ່ອງທ່ຽວ, ສະຖານທີ່ສາທາລະນະ ເປີດເພັງ ຫຼື ມີສຽງດັງ, ຫ້າມນັກທ່ອງທ່ຽວທີ່ມາຈາກເຂດທີ່ມີການແຜ່ລະບາດຂອງພະຍາດ ໂ ຄ ວິ ດ , ຫາກພົບເຫັນ ຕ້ອງນໍາຕົວໄປຈໍາກັດບໍລິເວນ ແລະ ກວດຫາເຊື້ອ ແລະ ປະຕິບັດຕາມມາດຕະການຂອງຄະນະສະເພາະກິດຢ່າງເຂັ້ມງວດ

3. ໃຫ້ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ,ຮ້ານບູເຟ່, ສາລາເບຍ, ຮ້ານເຫຼົ້າ-ເບຍ ຫຼື ສິ່ງມືນເມົາ, ຮ້ານເກມ, ສະນຸກເກີ, ຫ້າມຈັດງານສ້າງສັນຕ່າງໆ, ຫ້າມຈັດກອງປະຊຸມຕາມໂຮງແຮມ,ເຮືອນພັກ ແລະ ອື່ນໆ ທີ່ມີຜູ້ເຂົ້າຮ່ວມຈໍານວນຫຼາຍມາຈາກຕ່າງແຂວງ, ຫາກພົບເຫັນຜູ້ລະເມີດຈະໄດ້ນໍາຕົວໄປຈໍາກັດບໍລິເວນເປັນເວລາ 14 ວັນ, ສໍາລັບແຂກທີ່ມາໃຊ້ບໍລິການແມ່ນໃຫ້ເຮັດບົດບັນທຶກ ແລະ ເກັບກໍາຂໍ້ມູນລະອຽດ ຫາກເປັນພະນັກງານຂອງເມືອງໃຫ້ສົ່ງຂໍ້ມູນໃຫ້ພາກສ່ວນກ່ຽວຂ້ອງເພື່ອປະຕິບັດລະບຽບຕໍ່ຜູ້ກ່ຽວ.

4. ໃຫ້ເຈົ້າຂອງຕະຫຼາດທຸກແຫ່ງພາຍໃນເມືອງໃຫ້ເອົາໃຈໃສ່ຕໍ່ຜູ້ຄ້າຂາຍ ແລະ ຜູ້ໃຊ້ບໍລິການໃຫ້ປະຕິບັດມາດຕະການໃຫ້ເຂັ້ມງວດ ຄື: ມີເຈວລ້າງມືວາງໄວ້ທາງເຂົ້າ-ອອກ ແລະ ບ່ອນທີ່ເຫມາະສົມ ພ້ອມທັງລະດົມໃຫ້ທຸກຄົນໃສ່ຜ້າອັດ ປາກ-ດັ່ງທຸກຄັ້ງ.
ຂ່າວ:ໝອນແກ້ວ