ເພື່ອຫຼີກລ່ຽງຜົນກະທົບຕໍ່ບັນດາປະເທດທີ່ຖືກໃຊ້ຊື່ປະເທດໃນການເອີ້ນແທນຊື່ສາຍພັນຕ່າງໆຂອງພະຍາໂ ຄ ວິ ດ ອົງການອະນາໄມໂລກໄດ້ມີການຕັ້ງຊື່ສາຍພັນໃໝ່ຂອງພະຍາດ ໂ ຄ ວິ ດ 4 ສາຍພັນດັ່ງກ່າວແມ່ນໄດ້ຖືກຈັດເປັນກຸ່ມສາຍພັນທີ່ໜ້າເປັນຫ່ວງ (variants of concern) ແລະຍັງມີອີກ 7 ສາຍພັນທີ່ຖືກຈັດໃນກຸ່ມສາຍພັນທີ່ຄວນເຝົ້າລະວັງ (variants of interest).

ໃນວັນທີ 30 ມິຖຸນາ 2021, ສປປ ລາວ ມີການຢັ້ງຢືນຢ່າງເປັນທາງການຈາກຄະນະສະເພາະກິດຂັ້ນສູນກາງເຖິງການກວດພົບສາຍພັນ ເດວຕາ ຈາກແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດຢ່າງຖືກກົດໝາຍ. ສາຍພັນດັ່ງກ່າວແມ່ນມີຄວາມສາມາດໃນການແຜ່ເຊື້ອໄດ້ໄວ ແລະສາມາດເຮັດໃຫ້ຜູ້ຕິດເຊື້ອມີອາການຮຸນແຮງຂຶ້ນ.

ການກວດພົບສາຍພັນດັ່ງກ່າວສະແດງໃຫ້ເຫັນຄວາມສຳຄັນ ແລະຄວາມຈຳເປັນຂອງການມາດຕະການທີ່ໄດ້ຈັດຕັ້ງປະຕິບັດເຊັ່ນ: ການເກັບຕົວຢ່າງທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ເພື່ອກວດຫາເຊື້ອ ແລະການຈຳກັດບໍລິເວນໃນສະຖານທີ່ທີ່ທາງການໄດ້ກຳນົດໄວ້ໃຫ້ຄົບ 14 ວັນ. ການປະຕິບັດມາດຕະການດັ່ງກ່າວສາມາດຫຼຸດຜ່ອນຄວາມສ່ຽງຂອງການລະບາດໄດ້. ຍ້ອນການລະບາດຂອງສາຍພັນໃໝ່ໃນບັນດາປະເທດເພື່ອນບ້ານທີ່ມີຊາຍແດນຕິດຈອດກັບ ສປປ ລາວ,ກະຊວງສາທາລະນະສຸກ ແລະຄະນະສະເພາະກິດແມ່ນໄດ້ເຝົ້າລະວັງສະຖານະການ ແລະຄວາມສ່ຽງຕ່າງໆຢ່າງໃກ້ຊິດເພື່ອປ້ອງກັນບໍ່ໃຫ້ມີການລະບາດຮອບໃໝ່ໃນປະເທດຂອງພວກເຮົາ.

ຫຼັກຖານທາງວິທະຍາສາດຢັ້ງຢືນວ່າທຸກໆສາຍພັນຂອງພະຍາດ ໂ ຄ ວິ ດ ສາມາດຫຼຸດຜ່ອນການຕິດເຊື້ອ ແລະແຜ່ເຊື້ອໄດ້ດ້ວຍມາດຕະການຂັ້ນຕົ້ນເຊັ່ນ: ການຮັກສາໄລຍະຫ່າງ, ຈໍາກັດບໍລິເວນໃຫ້ຖືກຕ້ອງ ແລະຄົບຕາມກໍານົດ, ແຍກຕົນເອງຈາກຜູ້ອື່ນຖ້າຮູ້ສຶກບໍ່ສະບາຍ, ໄປກວດຫາເຊື້ອພະຍາດ ໂ ຄ ວິ ດ ຖ້າມີອາການສົງໄສ ຫຼືມີຄວາມສ່ຽງ, ການລ້າງມືໃສ່ສະບູ ແລະນໍ້າສະອາດ ຫຼືເຈວລ້າງມືທີ່ປະສົມດ້ວຍທາດເຫຼົ້າຢ່າງໜ້ອຍ 70%, ການໃສ່ຜ້າອັດປາກ-ດັງ, ການເຮັດຄວາມສະອາດຈຸດທີ່ມືເຮົາຈັບເລື້ອຍໆ ແລະຈຸດສ່ຽງຕ່າງໆເປັນຕົ້ນ.

ແຫຼ່ງຂໍ້ມູນ: https://www.who.int/…/act…/tracking-SARS-CoV-2-variants/

Leave a Reply

Your email address will not be published. Required fields are marked *