ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ຢູ່ພາຍໃນປະເທດລາວເຮົາ ຍັງສືບຕໍ່ມີການແຜ່ເຊື້ອໃນຊຸມຊົນ, ມາເຖິງປະຈຸບັນມີບາງເມືອງຂອງບາງແຂວງ ຍັງມີຜູ້ຕິດເຊື້ອພະຍາດ ໂ ຄ ວິ ດ ຢູ່ໃນບາງວັນ, ເວົ້າສະເພາະແຂວງວຽງຈັນ ເປັນຕົ້ນໃນທ້າຍເດືອນມິຖຸນາ 2021 ຜ່ານມານີ້ ຢູ່ເມືອງໂພນໂຮງ ໄດ້ມີກໍລະນີຜູ້ຕິດເຊື້ອພະຍາດ ໂ ຄ ວິ ດ ຈາກຊຸມຊົນ, ອີງຕາມຜົນການກວດວິເຄາະຜູ້ພົວພັນໃກ້ສິດ ກໍ່ຄືກຸ່ມມີຄວາມສ່ຽງ ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງໄວວາ ແລະ ໜ້າເປັນຫ່ວງທີ່ສຸດ ຕົວເລກຜູ້ຕິດເຊື້ອຍັງບໍ່ທັນຢຸດນິ້ງ, ອັນໄດ້ສົ່ງຜົນກະທົບຕໍ່ແນວຄິດຈິດໃຈຂອງລູກຫລານ-ພໍ່ແມ່ປະຊາຊົນ ກໍຄືຊັ້ນຄົນຕ່າງໆ, ທົ່ວສັງຄົມຕ່າງກໍມີຄວາມຢ້ານກົວວິຕົກກັງວົນບໍ່ໜ້ອຍ, ຕໍ່ກັບສະພາບການລະບາດຂອງພະຍາດດັ່ງກ່າວໃນເທື່ອນີ້ ອົງການປົກຄອງຂອງແຂວງວຽງຈັນ, ຄະນະສະເພາະກິດທຸກຂັ້ນ ກໍ່ໄດ້ຂຸ້ນຂ້ຽວເຂົ້າໃຫ້ ການຊ່ວຍເຫລືອຈຸດທີ່ມີຜູ້ຕິດເຊື້ອ, ຄະນະແພດໝໍຈາກຂະແໜງສາທາລະນະສຸກ ໄດ້ເປັນເຈົ້າການປະຕິບັດໜ້າທີ່ວິ ຊາສະເພາະ, ຮີບຮ້ອນປິ່ນປົວຜູ້ຕິດເຊື້ອ ແລະ ຍົກລະດັບມາດຕະການປ້ອງກັນໃນເຂດມີການລະບາດດ້ວຍຄວາມຈິງຈັງ.

.

ຈາກສະພາບທີ່ກ່າວມານັ້ນ ຄະນະພັກ-ຄະນະນໍາຂອງເມືອງທຸລະຄົມ ໂດຍສະເພາະຄະນະສະເພາະກິດເມືອງ ໄດ້ຮີບຮ້ອນປະຊຸມວາງແຜນ, ປຶກສາຫາລື ຄົ້ນຄວ້າສ້າງຄວາມເອກະພາບ ຊີ້ນໍາບ້ານເຂດທີ່ມີຊາຍແດນເຊື່ອມຈອດກັບເມືອງໂພນໂຮງ-ເມືອງນາຊາຍທອງ ຄື: ບ້ານຫລິ່ງຊັນ, ບ້ານໂພນແພງ, ບ້ານຫາດສ້ຽວ ໃຫ້ຈັດຕັ້ງປ້ອງກັນເວນຍາມ, ຕັ້ງຈຸດກວດກາຄັດກອງຄົນເຂົ້າອອກບ້ານ, ຈໍາກັດການເດີນທາງຂອງຜູ້ທີ່ບໍ່ມີວຽກຈໍາເປັນ, ໄດ້ຜັນຂະຫຍາຍແຈ້ງການຂອງປະທານຄະນະສະເພາະກິດແຂວງ ເປັນຂອງເມືອງ, ຊີ້ນໍາທຸກພາກສ່ວນ ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ບັນດາຄໍາສັ່ງ-ແຈ້ງການຕ່າງໆທີ່ຂັ້ນເທິງວາງອອກ

.

ພ້ອມກັນນັ້ນ ໃນຕອນບ່າຍ ວັນທີ 1 ກໍລະກົດ 2021 ນີ້ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງໆທຸລະຄົມ, ຫົວໜ້າຄະນະສະເພາະກິດເມືອງ ພ້ອມດ້ວຍ ທ່ານ ຊັບຈະເລີນ ພິມມະສານ ຫົວໜ້າຫ້ອງວ່າການເມືອງ ຄະນະສະເພາະກິດເມືອງ ແລະ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຫົວໜ້າກອງເລ ຂາ ໄດ້ລົງໄປຊຸກຍູ້ຕິດຕາມການປ້ອງກັນເວນຍາມຢູ່ທີ່ ບ້ານຫາດສ້ຽວ, ບ້ານໂພນແພງ ແລະ ບ້ານຫລິ່ງຊັນ ເພື່ອໃຫ້ກໍາລັງໃຈອ້າຍນ້ອງໜ່ວຍປ້ອງກັນຂອງບ້ານ, ໄດ້ເນັ້ນໜັກໃຫ້ 3 ບ້ານເຂດຊາຍແດນຕໍ່ເມືອງໂພນໂຮງ ຈົ່ງສືບຕໍ່ເອົາໃຈໃສ່ປະຈໍາການ-ປະຕິບັດໜ້າທີ່ ເພື່ອສະກັດກັ້ນເຊື້ອພະຍາດ ໂ ຄ ວິ ດ ບໍ່ໃຫ້ເຂົ້າມາເມືອງທຸລະຄົມເທົ່າທີ່ຈະສາມາດຢັບຢັ້ງຄວບຄຸມໄດ້ ເຮັດໃຫ້ທົ່ວເມືອງປາສະຈາກເຊື້ອພະຍາດຕິດຕໍ່ຊະນິດນີ້ຢ່າງສິ້ນເຊີງ.

ພາບ-ເນື້ອໃນ: ຫ້ອງການ ຖວທ ເມືອງທຸລະຄົມ.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

Leave a Reply

Your email address will not be published. Required fields are marked *