ໃນປັດຈຸບັນ ການປະກອບອາຊີບ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ ຖ້າພວກເຮົາຫາກມີຄວາມຕັ້ງໃຈ,ມີຄວາມດຸໝັ່ນອົດທົນ ສິ່ງສຳຄັນ ຄິດແລ້ວລົງມືເຮັດ ກໍ່ຈະພາເຮົາໄປສູ່ຜົນສຳເລັດໄດ້ ດັ່ງຄອບຄົວທ່ານ ພົມມີ ພົມມີໄຊ ປັດຈຸບັນຢູ່ ບ້ານຊາງຄຳ ເມືອງຊໍາເໜືອ ແຂວງຫົວພັນ ແມ່ນຄອບຄົວໜຶ່ງທີ່ຍຶດຖືເອົາການເຮັດນາ ແລະ ລ້ຽງສັດເປັນອາຊີບ ສ້າງລາຍຮັບເຂົ້າສູ່ຄອບຄົວ ສາມາດນຳພາຄອບຄົວມີຢູ່ມີກິນ ແລະ ຫຼຸດພົ້ນຄວາມທຸກຍາກໄດ້.

ທ່ານ ພົມມີ ພົມມີໄຊ ເລົ່າສູ່ຟັງວ່າ: ພາຍໃນຄອບຄົວມີສະມາຊິກທັງໝົດ 10 ຄົນ ໃນນີ້ ແຮງງານຕົ້ນຕໍມີ 4 ຄົນ ໃນເມື່ອກ່ອນ ຕົນເອງມີອາຊີບເຮັດໄຮ່-ເຮັດນາແບບປະຖົມປະຖານ ເຮັດຫຼາຍໄດ້ໜ້ອຍ ຊີວິດການເປັນຢູ່ຂອງຄອບຄົວກໍຍັງພົບຄວາມຫຍຸ້ງຍາກ ຍ້ອນເຫດຜົນດັ່ງກ່າວ ຕົນເອງຈິ່ງເກີດມີແນວຄວາມຄິດ ຫັນມາລ້ຽງສັດປະເພດງົວ-ຄວາຍຂາຍ ເພື່ອສ້າງລາຍຮັບຈິ່ງໄດ້ປຶກສາກັບຄອບຄົວ ໂດຍມີທຶນຕົນເອງຈຳນວນ 3 ລ້ານກີບ ໄປຊື້ງົວແມ່ໄດ້ 3ໂຕ ມາລ້ຽງ ໃນປີ 2002. ຈາກນັ້ນກໍ່ໄດ້ລ້ຽງຕະຫຼອດມາ ແລະ ສັດກໍ່ມີການເກີດແມ່ແພ່ລູກອອກ ແຕ່ປະສິດທິພາບບໍ່ຄ່ອຍດີປານໃດ ເນື່ອງຈາກໄລຍະນັ້ນແມ່ນຍັງລ້ຽງແບບທຳມະຊາດ.

ຕົກມາຮອດປີ 2019 ຍ້ອນໄດ້ເຫັນບົດຮຽນຂອງການລ້ຽງສັດຈາກບ່ອນອື່ນ ບວກກັບຄວາມດຸໝັ່ນຂອງຕົນເອງ ຈິ່ງນຳພາຄອບຄົວ ແລະ ຊາວບ້ານ 10 ກວ່າຄອບຄົວ ບຸກເບີກປ່າຄັງ-ປ່າຊຸດໂຊມ ເຮັດສວນຫຍ້າລ້ຽງສັດ 2 ເຮັກຕາ ພ້ອມທັງສ້າງຄອກສັດໃສ່ເຂດສວນຫຍ້າ, ຕັ້ງເຮືອນຢູ່ ໃຫ້ລູກຊາຍ ແລະ ລູກໃພ້ ເປັນຜູ້ດູແລສັດລ້ຽງ ຢູ່ເຂດຜາຮັງ ເຊິ່ງຫ່າງຈາກບ້ານປະມານ 12 ກິໂລແມັດ, ພາຍຫຼັງປູກຫຍ້າໄດ້ 3-4 ເດືອນ ກໍໄດ້ປ່ອຍສັດເຂົ້າໄປກິນຫຍ້າ ໂດຍມີການບໍລິຫານສວນຫຍ້າ ແບ່ງເປັນລັອກ ເຊັ່ນ: ລັອກສຳລັບໄວ້ເກັບແກ່ນ(ແນວພັນ) ແລະ ລັອກສຳລັບໄວ້ໃຫ້ສັດລ້ຽງກິນເຮັດແບບນີ້ໝູນວຽນໄປເລື້ອຍໆ ທີ່ສຳຄັນທຸກ 6 ເດືອນຕ້ອງໄດ້ສັກຍາກັນພະຍາດໃຫ້ຄົບ.

ປັດຈຸບັນ ທ່ານ ພົມມີ ພົມມີໄຊ ມີສັດລ້ຽງປະເພດງົວ-ຄວາຍທັງໝົດ 40 ໂຕ ໃນນີ້ມີງົວ 35 ໂຕ ແລະ ຄວາຍ 5 ໂຕ, ໃນຊຸມປີທີ່ຜ່ານມາ ໄດ້ຂາຍງົວອອກໃຫ້ແມ່ຄ້າບໍ່ຕໍ່າກວ່າ ປີລະ 4-5 ໂຕ, ຖ້າເປັນງົວເຖິກຂາຍລາຄາ 9-10 ລ້ານກີບ ສ່ວນງົວແມ່ຂາຍ 4-5 ລ້ານກີບຕໍ່ໂຕ, ສະເລ່ຍແລ້ວໃນປີໜຶ່ງມີລາຍຮັບຈາກການຂາຍສັດໄດ້ 40-50 ລ້ານກີບ, ນອກຈາກລ້ຽງສັດແລ້ວ ພາຍໃນຄອບຄົວຍັງມີເນື້ອທີ່ນາ 1ເຮັກຕາເຄິ່ງ ແຕ່ລະປີຜົນຜະລິດໄດ້ 4 ໂຕນກວ່າ ຄິດເປັນເງິນ ປະມານ 20 ລ້ານກີບ, ພ້ອມນີ້ຍັງມີລາຍຮັບຈາກການຮ້ານຂາຍເຄື່ອງຍ່ອຍ, ຕໍ່າຫູກ ແລະ ເກັບເຄື່ອງປ່າຂອງດົງຂາຍ ລວມລາຍຮັບທັງໝົດປີໜຶ່ງໄດ້ 70 ລ້ານກີບ ລະເລ່ຍໃສ່ຫົວຄົນໄດ້ 7 ລ້ານກີບຕໍ່ຄົນຕໍ່ປີ.

ທ່ານ ວົງພອນ ລໍນາມວົງ ຮອງນາຍບ້ານ-ບ້ານຊາງຄຳ ເວົ້າວ່າ: ໄລຍະຜ່ານມາ ຄະນະພັກ-ອຳນາດການປົກຄອງບ້ານ ໄດ້ນຳພາປະຊາຊົນເອົາໃຈໃສ່ພັດທະນາຊີວິດການເປັນຢູ່ ສາມາດເຮັດໃຫ້ມີຫຼາຍຄອບຄົວໄດ້ກາຍເປັນຄອບຄົວພົ້ນທຸກ ແລະ ເປັນແບບຢ່າງໃນດ້ານຕ່າງໆ ເປັນຕົ້ນແມ່ນ: ການປູກຝັງ, ການລ້ຽງສັດ ແລະ ຫັດຖະກຳຕໍ່າຫູກ ເຊິ່ງທ່ານ ພົມມີ ພົມມີໄຊ ກໍ່ແມ່ນໜຶ່ງໃນຄອບຄົວທີ່ເປັນແບບຢ່າງດ້ານການປູກຫຍ້າ-ລ້ຽງສັດ ສາມາດນຳພາຄອບຄົວມີການພັດທະນາດີຂຶ້ນ.

ສຳລັບທິດທາງໃນຕໍ່ໜ້າແມ່ນຈະຂະຫຍາຍສວນຫ້ຍາລ້ຽງສັດໃຫ້ໄດ້ຕື່ມ 3 ເຮັກຕາເພື່ອໃຫ້ພຽງພໍກັບຈຳນວນສັດລ້ຽງທີ່ເພີ່ມຂຶ້ນໃນແຕ່ລະປີ, ໃນປີ 2021 ນີ້ຄອບຄົວທ່ານ ພົມມີ ພົມມີໄຊ ຍັງໄດ້ປູກຂີງເປັນສິນຄ້າ ເຊິ່ງໝົດແນວພັນ 2 ໂຕນ ຖ້າຫາກຂີງເປັນລາຄາແມ່ນຈະຂະຫຍາຍຕື່ມອີກໃນປີຕໍ່ໄປ.

ນັບຕັ້ງແຕ່ໄດ້ຫັນປ່ຽນການດຳລົງຊີວິດແບບດັ່ງເດີມ ມາລ້ຽງສັດ ເປັນເວລາເກື່ອບ 20 ປີ ປັດຈຸບັນ ຄອບຄົວ ທ່ານ ພົມມີ ພົມມີໄຊ ນັບມື້ໄດ້ຮັບການພັດທະນາດີຂຶ້ນ ສາມາດເປັນຄອບຄົວທີ່ພົ້ນທຸກ, ມີເຮືອນຢູ່ເຄິ່ງຖາວອນ 1 ຫຼັງ, ມີພາຫະນະ ແລະ ເຄື່ອງໃຊ້ໃນເຮືອນຄົບຊຸດ, ມີເງິນສົ່ງລູກຮຽນຢູ່ຕ່າງແຂວງ, ເຈັບເປັນມີເງິນປິ່ນປົວ ແລະ ມີສ່ວນແຮໄວ້ຈຳນວນໜຶ່ງ.

Leave a Reply

Your email address will not be published. Required fields are marked *