ແຫລ່ງຂ່າວຈາກແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 30 ມິຖຸນາ ຜ່ານມາ, ທ່ານ ຄຳໂມ ອິນທິລາດ ປະທານບໍລິສັດ ທະນົງພົນ ການຄ້າ-ຂົນສົ່ງ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ມອບດອກໄຟເຍືອງທາງ (ດອກໄຟແສງຕາເວັນ) ຂະໜາດ 300 W ຈຳນວນ 90 ດອກ ແລະ ເສົາຈຳນວນ 90 ຕົ້ນ ລວມມູມຄ່າເກືອບ 55 ລ້ານກີບ ໃຫ້ເມືອງບົວລະພາ ຕາງໜ້າຮັບໂດຍ ທ່ານ ຄຳປອນ ກາລີແກ້ວດວງສອນ ຮອງເລຂາພັກເມືອງບົວລະພາ, ມີບັນດາການນຳເມືອງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄຳປອນ ກາລີແກ້ວດວງສອນ ກໍໄດ້ຕາງໜ້າການນຳເມືອງບົວລະພາ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງ ບໍລິສັດ ທະນົງພົນ ການຄ້າ-ຂົນສົ່ງ ແລະ ກໍ່ສ້າງຈຳກັດຜູ້ດຽວ ທີ່ນຳເອົາດອກໄຟເຍືອງທາງ ມາມອບໃຫ້ໃນຄັ້ງນີ້. ຈາກນັ້ນ ກໍໄດ້ມອບໃບຍ້ອງຍໍ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ບໍລິສັດດັ່ງກ່າວ ທີ່ໄດ້ປະ ກອບສ່ວນເຂົ້າໃນການຊ່ວຍເຫລືອ ເມືອງບົວລະພາ ຕື່ມອີກ.
ຂ່າວ: ບຸນປະພາດ
.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ