ເມື່ອບໍ່ດົນມານີ້, ຢູ່ທີ່ຫຼັກໝາຍ 113 ລະຫວ່າງ ດ່ານສາກົນປາງຫົກ ແຂວງຜົ້ງສາລີ ສປປ ລາວ ແລະ ດ່ານສາກົນ ໄຕຈ່າງ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ, ໄດ້ຈັດພິທີມອບເງິນຈາກກອງບັນຊາການ ປກສ 4 ແຂວງພາກເໜືອຄື: ກອງບັນຊາການ ປກສ ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ແຂວງບໍໍ່ແກ້ວ ສປປ ລາວ ມອບໃຫ້ 3 ກອງບັນຊາການຄື: ກອງບັນຊາການ ຕໍາຫຼວດ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງດຽນບຽນ ແລະ ກອງບັນຊາການຕໍາຫຼວດ ແຂວງລາຍເຈົ່າ ລວມມູນຄ່າ 100 ລ້ານກີບ.
ໃນນີ້, ມອບໃຫ້ກອງບັນຊາການການ ຕໍາຫຼວດ ແຂວງດຽນບຽນ 40 ລ້ານກີບ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງດຽນບຽນ 20 ລ້ານກີບ ແລະ ມອບໃຫ້ກອງບັນຊາການ ຕໍາຫຼວດ ແຂວງລາຍເຈົ່າ 40 ລ້ານກີບ.
ຕາງໜ້າ ກອງບັນຊາການ ປກສ 4 ແຂວງພາກເໜືອ ກ່າວມອບໂດຍສະຫາຍ ພັທ ບົວເງິນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ແລະ ກ່າວຮັບໂດຍສະຫາຍ ພັອ ຢາງປາວຊີງ ຮອງຫົວໜ້າກອງບັນຊາການ ຕໍາຫຼວດ ແຂວງດຽນບຽນ, ສະຫາຍ ພັອ ວືອາກົ່ວ ຮອງຫົວໜ້າກອງບັນຊາການ ທະຫານປ້ອງກັນຊາຍແດນ ແຂວງດຽນບຽນ ແລະ ສະຫາຍ ພັອ ຊຸງອາຊົ້ວ ຮອງຫົວໜ້າກອງບັນຊາການ ຕໍາຫຼວດ ແຂວງລາຍເຈົ່າ.
ການມອບເງິນຄັ້ງນີ້, ກໍເພື່ອເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ເພື່ອນບ້ານຍຸດທະສາດ ກໍຄື ສສ ຫວຽກນາມ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (ພະຍາດໂຄວິດ-19) ທີ່ພວມກໍາລັງແຜ່ລະບາດໃນປັດຈຸບັນ.
ໂອກາດນີ້, ຕາງໜ້າສາມກອງບັນຊາການ ໄດ້ສະແດງຄວາມຂອບໃຈ ຕໍ່ກອງບັນຊາການ ປກສ 4 ແຂວງພາກເໜືອ ໃນຄວາມເປັນຫວງເປັນໃຍປະກອບສ່ວນອັນສໍາຄັນ ແລະ ນໍາເງິນມາມອບໃຫ້ໃນຄັ້ງນີ້. ເຫດການດັ່ງກ່າວຍິ່ງເປັນການສ້າງສາຍສໍາພັນໄມຕີຈິດມິດຕະພາບທີ່ດີ ລະຫວ່າງສອງຊາດ ລາວ-ຫວຽດນາມ ມີຄວາມແໜັ້ນແຟ້ນຂຶ້ນເລື້ອຍໆ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າເງິນຈໍານວນດັ່ງກ່າວ ຈະນໍາໄປໝູນໃຊ້ເຂົ້າໃນການປ້ອງກັນ, ຄວມຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມຮັບປະກັນ 100%
ພາບ – ຂ່າວ: ນັກຂ່າວ ປກສ ແຂວງຜົ້ງສາລີ
.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ