ເວລາ 9 ໂມງ 22 ນາທີຂອງວັນທີ 17 ມິຖຸນານີ້, ຈີນໄດ້ສົ່ງຍານອະວະກາດບັນທຸກຄົນ “ເຊີນໂຈ່ 12” ຂຶ້ນສູ່ອະວະກາດດ້ວຍຈະຫຼວດສົ່ງຍານ CZ 2F ຈາກສູນສົ່ງດາວທຽມຈິວຊວນແຂວງກ່ານຊູ້ຈີນ. ຈາກນັ້ນບໍ່ດົນ, ຍານອະວະກາດດັ່ງກ່າວກໍໄດ້ແຍກອອກຈາກຈະຫຼວດສົ່ງຍານຢ່າງສຳເລັດຜົນ, ແລ້ວເຂົ້າສູ່ວົງໂຄຈອນທີ່ໄດ້ກຳນົດໄວ້ລ່ວງໜ້າ, ໃນຍານອະວະກາດ ມີນັກບິນອະວະກາດ 3 ຄົນຄື: ທ່ານເນ້ໄຫເຊີ້ງ, ທ່ານລີວໂປມີງແລະທ່ານຖ່າງຮົງໂປ່, ນັກບິນອະວະກາດທັງ 3 ທ່ານມີສະພາບຮ່າງກາຍທີ່ດີ, ພາລະກິດການສົ່ງຍານອະວະກາດເທື່ອນີ້ໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ.

ນີ້ແມ່ນພາລະກິດການບິນອະວະກາດຄັ້ງທີ 19 ຕັ້ງແຕ່ຈີນຈັດຕັ້ງປະຕິບັດໂຄງການການບິນອະວະກາດບັນທຸກຄົນເປັນຕົ້ນມາ, ທັງເປັນພາລະກິດການບິນອະວະກາດບັນທຸກຄົນຄັ້ງທຳອິດໃນໄລຍະການສ້າງສະຖານີອະວະກາດ.

ທ່ານເນ້ໄຫເຊີ້ງ ຫົວໜ້າຈຸນັກບິນອະວະກາດເທືື່ອນີ້ ເຄີຍໄດ້ເຂົ້າຮ່ວມພາລະກິດການບິນອະວະກາດບັນທຸກຄົນດ້ວຍຍານ “ເຊີນໂຈ່ 6 ແລະ 10” ມາແລ້ວ. ຫຼັງຈາກເຂົ້າຮ່ວມພາລະກິດເທື່ອນີ້ແລ້ວ ທ່ານຈະສ້າງສະຖິຕິໃໝ່ຂອງຕົນໃນດ້ານການບິນອະວະກາດ.

ທ່ານເນ້ໄຫເຊີ້ງ ໄດ້ເກີດຢູ່ໃນບ້ານນ້ອຍໆຂອງຕາແສງຢາງຕັ້ງເມືອງຈາວຢາງແຂວງຮູເປີຍໃນປີ 1964, ມີອ້າຍເອື້ອຍນ້ອງນຳກັນທັງໝົດ 6 ຄົນ, ເພິ່ນເປັນລູກຊາຍຫຼ້າ. ພໍ່ແມ່ເຮັດໄຮ່ໄຖນາຫາລ້ຽງຊີບ ຈຶ່ງມີລາຍຮັບໜ້ອຍ, ອາຫານໃນເຮືອນກໍ່ບໍ່ພໍກິນ. ເຖິງຈະເປັນແນວນີ້ກໍຕາມ, ພໍ່ແມ່ຂອງເພິ່ນກໍຍັງຊອກຫາທຸກວິທີເພື່ອໃຫ້ເພິ່ນສາມາດເຂົ້າໂຮງຮຽນໄດ້, ຈົນມີເທື່ອໜຶ່ງໄດ້ໃຊ້ກະຕ່າຍໂຕໜຶ່ງໃຫ້ອາຈານເປັນຄ່າຮຽນ.

ທ່ານເນ້ໄຫເຊີ້ງ ເປັນຄົນທີ່ມີຄວາມເປັນເຈົ້າການ ແລະ ມີຄວາມດຸໝັ່ນພາກພຽນໃນການຮຽນ. ຢູ່ໂຮງຮຽນປະຖົມ, ເພິ່ນນຸ່ງເສື້ອເກົ່າຂອງເອື້ອຍ ແລະ ຍ່າງຕີນເປືອຍໄປໂຮງຮຽນ, ຄວາມທຸກຍາກໃນການດຳລົງຊີວິດ ຍິ່ງເຮັດໃຫ້ເພິ່ນດຸໝັ່ນຮ່ຳຮຽນ ຈຶ່ງມີຜົນການຮຽນດີຫຼາຍ, ການເສັງໃນວິຊາຕ່າງໆກໍ່ໄດ້ຄະແນນເຕັມ 100 ເລື້ອຍໆ. ຈົນສາມາດເສັງເຂົ້າໂຮງຮຽນມັດທະຍົມປາຍທີ່ດີເດັ່ນຂອງເມືອງໄດ້. ໃນໄລຍະພັກຮຽນຕອນນັ້ນ, ເພິ່ນເຮັດວຽກຂົນສົ່ງທ່ອນໄມ້, ເຮັດໄຮ່ໄຖນາ, ໂດຍໄດ້ຮັບຄ່າແຮງງານທີ່ພຽງພໍເພື່ອເປັນຄ່າຮຽນໃນຊັ້ນມັດທະຍົມປາຍ.

ຫຼັງຈາກທາງໂຮງຮຽນຮູ້ກ່ຽວກັບສະພາບຄວາມຫຍຸ້ງຍາກຂອງຄອບຄົວເພິ່ນ, ຈຶ່ງໄດ້ໃຫ້ເງິນອຸດໜູນແກ່ເພິ່ນ. ໃນໄລຍະພັກຮຽນແຕ່ລະເທື່ອ, ເພິ່ນຍັງໄປເຮືອນພີ່ນ້ອງທີ່ຢູ່ໄກກັນ 10 ກວ່າຫຼັກ ເພື່ອຊ່ວຍຂົນສົ່ງທ່ອນໄມ້, ຊ່ວຍຫໍ່ໃບຊາ ແລະເຮັດໄຮ່ໄຖນາ, ເມື່ອເຮັດວຽກສຳເລັດ ກໍ່ຈະໄດ້ຮັບເງິນສິບກວ່າຢວນເປັນຄ່າຕອບແທນ. ເຮົາຈະເຫັນວ່າ: ເພິ່ນໄດ້ຫ້າງຫາຄ່າຮຽນມັດທະຍົມປາຍດ້ວຍຕົນເອງ.
ທ່ານເນ້ໄຫເຊີ້ງເຄີຍຂຽນບັນທຶກໃນບົດເລົ່າເລື່ອງກ່ຽວກັບຕົນເອງບົດໜຶ່ງວ່າ: “ເມື່ອຮຽນຈົບຊັ້ນມັດທະຍົມປາຍໃນປີ 1983 ແລ້ວ, ພໍດີຖືກກັບເວລາທີ່ ກອງທັບອາກາດປະກາດຮັບສະໝັກນັກບິນ, ຂ້າພະເຈົ້າຄຶດຢາກລອງເບິ່ງ ກໍເລີຍໄປສະເໜີຊື່, ແຕ່ບໍ່ນຶກບໍ່ຝັນວ່າການເສັງ ແລະ ການກວດສຸຂະພາບທຸກຢ່າງລ້ວນແຕ່ໄດ້ມາດຕະຖານໝົດ.”
ທ່ານເນ້ໄຫເຊີ້ງເຄີຍເປັນຫົວໜ້າຈຸບິນຂອງກອງພັນໃຫຍ່, ເຄີຍໄດ້ຂັບເຮືອບິນຮົບທັງໝົດ 7 ຊະນິດເຊັ່ນ: J-5 J-6 J-7 ແລະ ອື່ນໆ, ໄດ້ຂັບເຮືອບິນຮົບຢ່າງປອດໄພເຖິງ 1.480 ຊົ່ວໂມງ, ເປັນນັກບິນພິເສດຂອງກອງທັບອາກາດຈີນ.ໃນເດືອນມັງກອນປີ 1998 ເພິ່ນໄດ້ກາຍເປັນນັກບິນອະວະກາດກຸ່ມທຳອິດຂອງຈີນຢ່າງເປັນທາງການ.
ເດືອນມີນາປີ 1998, ໂດຍຜ່ານການຄັດເລືອກຫຼາຍເທື່ອ, ນັກບິນອະວະກາດກຸ່ມທຳອິດ 14 ຄົນໄດ້ເລີ່ມຝຶກຊ້ອມ. ພາຍໃນເວລາ 4 ປີ, ຕ້ອງໃຫ້ສຳເລັດການຝຶກຊ້ອມຢ່າງລຳບາກໃນຫຼາຍຮ້ອຍລາຍການໃນ 8 ປະເພດ, ຄື: ທິດສະດີຂັ້ນພື້ນຖານ, ກຳລັງກາຍໃຈ, ຄວາມອົດທົນ ແລະ ຄວາມສາມາດປະຕິບັດງານທີ່ເໝາະກັບສິ່ງແວດລ້ອມອະວະກາດ, ເຕັກນິກການບິນອະວະກາດ, ການຊ່ວຍກູ້ຊີວິດ ແລະ ການດຳລົງຊີວິດ, ເຊິ່ງເປັນສິ່ງທ້າທາຍອັນໃຫຍ່ຫລວງທີ່ສຸດຕໍ່ກັບຮ່າງກາຍ ແລະ ຈິດໃຈຂອງນັກບິນອະວະກາດ.
ທ່ານເນ້ໄຫເຊີ້ງ ເຄີຍຫວນຄືນວ່າ, ໃນເວລາຮຽນທິດສະດີ, ເພິ່ນຮູ້ສຶກຍາກໜ້ອຍໜຶ່ງ. ເພາະຮຽນຈົບຈາກໂຮງຮຽນມາດົນແລ້ວ, 10 ກວ່າປີແລ້ວ, ເພິ່ນຈຶ່ງຮຽນທັງເວັນທັງຄືນບໍ່ຢຸດບໍ່ເຊົາໃນທຸກໆມື້ປານວ່າ ກຽມສອບເສັງເຂົ້າມະຫາວິທະຍາໄລ, ຢູ່ຫ້ອງຮັບແຂກ ແລະ ຫ້ອງນອນຂອງເພິ່ນ ມີປຶ້ມແບບຮຽນກອງໄວ້ເຕັມໄປໝົດ, ຈົນເຖິງຂັ້ນຕິດເຈ້ຍທີ່ຂຽນຂໍ້ສັງເກດທາງທິດສະດີໄວ້ເທິງຝາເຮືອນ. ເມຍແລະ ລູກສາວ ກໍກາຍເປັນອາຈານຊ່ວຍສອນພາສາອັງກິດໃຫ້ອີກ, ໂດຍໄດ້ຜັດປ່ຽນກັນດັດແກ້ການອອກສຽງໃຫ້ເພິ່ນ ແລະ ຊ່ວຍເພິ່ນຈື່ຈຳຄຳສັບພາສາອັງກິດ.
ໃນວັນທີ 12 ຕຸລາ ປີ 2005, ເຊິ່ງເປັນວັນສົ່ງຍານອະວະກາດ “ເຊີນໂຈ່ 6” ຂຶ້ນສູ່ອະວະກາດ, ທ່ານເນ້ໄຫເຊີ້ງ ແລະ ທ່ານເຟີ້ຍຈວິ້ນລົງ ໄດ້ປະຕິບັດໜ້າທີ່ການບິນອະວະກາດບັນທຸກຄົນ. ມື້ຖັດມາ ຢູ່ໃນອະວະກາດ ພໍດີແມ່ນວັນເກີດຄົບຮອບ 41 ປີຂອງທ່ານເນ້ໄຫເຊີ້ງ. ຍ້ອນວຽກງານຫຼາຍ, ໃນຕອນຄ່ຳຂອງວັນທີ 11 ຕຸລາ, ສູນບັນຊາການອະວະກາດໄດ້ຈັດໂອກາດໃຫ້ເມຍ ແລະ ລູກສາວຂອງເພິ່ນໄດ້ລົມກັນຜ່ານທາງວິດີໂອ, ລູກສາວໄດ້ຮ້ອງເພງສຸກສັນວັນເກີດໃຫ້ເພິ່ນ, ເມຍກໍໄດ້ສົ່ງຄຳອວຍພອນໃຫ້ເພິ່ນ, ເຮັດໃຫ້ເພິ່ນໄດ້ສະຫຼອງວັນເກີດຂອງຕົນເອງຢູ່ໃນອະວະກາດ ເຊິ່ງເປັນເຫດການທີ່ເພິ່ນຈົດຈຳຈົນເທົ່າໃດໆ.
ເດືອນກໍລະກົດ ປີ 2011, ທ່ານເນ້ໄຫເຊີ້ງ ໄດ້ຮັບການປະດັບຍົດທະຫານຊັ້ນພົນຕີ. ຮອດເດືອນເມສາປີ 2013, ທ່ານເນ້ໄຫເຊີ້ງຖືກຄັດເລືອກໃຫ້ເຂົ້າສັງກັດໃນຈຸບິນອະວະກາດ “ເຊີນໂຈ່ 10”. ໃນຂະນະດຽວກັນກໍ່ເປັນຫົວໜ້າບັນຊາການໃຫຍ່, ທ່ານຍັງຮັບຜິດຊອບວຽກງານການຄວບຄຸມການເຊື່ອມຈອດຂອງຍານ. ໃນປະຫວັດສາດການບິນອະວະກາດບັນທຸກຄົນຂອງຈີນ, ການມອບໜ້າທີ່ທີ່ຍາກສອງລາຍການດັ່ງກ່າວໃຫ້ຄົນຄົນດຽວນັ້ນ ແມ່ນເປັນເທື່ອທຳອິດ. ກ່ອນປະຕິບັດໜ້າທີ່ນີ້, ທ່ານເນ້ໄຫເຊີ້ງໄດ້ຝຶກຊ້ອມຫຼາຍກວ່າ 2.000 ເທື່ອ.

ຍ້ອນເປັນຜູ້ຮັບຜິດຊອບພາລະກິດການບິນອະວະກາດ “ເຊີນໂຈ່ວ 10” ຈຶ່ງເຮັດໃຫ້ທ່ານເນ້ໄຫເຊີ້ງ ກາຍເປັນນັກບິນອະວະກາດທີ່ມີອາຍຸສູງກວ່າໝູ່ຂອງຈີນ, ທັງເປັນນັກບິນອະວະກາດຂອງຈີນທີ່ເຂົ້າສູ່ອະວະກາດໃນຖານະມີຍົດນາຍພົນ. ປະຈຸບັນນີ້ ທ່ານເນ້ໄຫເຊີ້ງມີອາຍຸ 57 ປີແລ້ວ ແລະ ໄດ້ຂຶ້ນສູ່ອະວະກາດດ້ວຍຍານອະວະກາດ “ເຊີນໂຈ່ 12” ອີກຄັ້ງໜຶ່ງ.
ທ່ານເນ້ໄຫເຊີ້ງເຄີຍເວົ້າດ້ວຍຄວາມໝັ້ນໃຈວ່າ: “ນັກບິນອະວະກາດທີ່ມີອາຍຸຫ້າ-ຫົກສິບປີຢູ່ຕ່າງປະເທດມີຫຼາຍຄົນໄດ. ໃນອະວະກາດມັນອັດສະຈັນຫຼາຍ, ຊີວິດຢູ່ອະວະກາດກໍຄັກຫຼາຍ. ມະນຸດເຮົາສາມາດປະຕິບັດໜ້າທີ່ການບິນອະວະກາດບັນທຸກຄົນໄດ້ ແມ່ນມີຄວາມໝາຍຫຼາຍຢ່າງໃນດ້ານການເມືອງ ເສດຖະກິດແລະ ວິທະຍາສາດ-ເຕັກໂນໂລຊີ.”
