ຕອນເຊົ້າຂອງວັນທີ 30 ມິຖຸນາ2021ນີ້ ພະນັກງານຫ້ອງການມໍລະດົກໂລກ ວັດພູຈຳປາສັກ ໄດ້ເຄື່ອນໄຫວອະນາໄມຢູ່ເທິງວັດພູ ໂດຍສະເພາະແມ່ນອະນາໄມເທິງເທວະໄລ ແລະ ຈຸດບໍ່ນຳ້ສັກສິດ,

.

ການອະນາໄມໃນຄັ້ງນີ້ແມ່ນເພື່ອຕ້ອນຮັບວັນສຳຄັນຕ່າງໆຂອງຊາດ,ຂອງພັກ ການອະນາໄມໃນຄັ້ງນີ້ແມ່ນອະນາໄມຕາມຫີນ ທີ່ມີໃບໄມ້ໃບຫຍ້າເຄື່ອຕ່າງໆທີ່ຢັງຢາຍຕາມຫີນເພື່ອບໍ່ໄຫ້ເປີເປື້ອນ, ແລະ ຮົກເຮື້ອ, ແປງຄອງລະບາຍນຳ້, ເກັບເສດສິ່ງຂອງຕ່າງໆທີ່ເປີເປື່ອນ ເພື່ອໄຫ້ຈຸດເທວະໄລເປັນບ່ອນທີ່ສວຍສົດງົດງາມ ແລະ ທຳມະຊາດທີ່ມີອາກາດປອດໂປ່ງາມຕາ,ແລະເປັນບ່ອນທີ່ໜ້າທ່ຽວຊົມ.

.

ຈາກນັກທ່ອງທ່ຽວ ບໍ່ວ່າຈະທ່ອງທ່ຽວທາງທຳມະຊາດ ທາງປະຫັວດສາດ ບູຮານຄະດີຕ່າງໆ ກໍ່ສາມາດທ່ຽວຊົມໄດ້, ນອກຈາກນີ້ແລ້ວ ຈຸດເທວະໄລນີ້ ຍັງເປັນບ່ອນສັກກາລະບູຊາແລະ ບ່ອນສິ່ງສັກສິດຂອງຊາວພຸດທະສາດສະໜາ ທີ່ຫຼັ່ງໄຼຫຼກັນມາທົ່ວສາລະທິດເພື່ອມາກາບໄຫວ້ສິງສັກສິດແຫ່ງນີ້ ທີ່ມີສື່ສຽງໂດ່ງດັ່ງໄປທົ່ວໂລກ.
