ໄລຍະການປ້ອງກັນ ແລະຄວບຄຸມການແຜ່ລະບາດພະຍາດ ໂ ຄ ວິ ດ ຫ້ອງການປະ ກັນສັງຄົມແຂວງສະຫວັນນະເຂດ ກໍ່ເປັນສ່ວນໜຶ່ງໃນການເຂົ້າຮ່ວມການແກ້ໄຂນະໂຍບາຍ ຜົນກະທົບພະຍາດດັ່ງກ່າວ, ກະຊວງແຮງງານ ແລະສະຫວັດດີ ການສັງຄົມກໍ່ຄືອົງການປະກັນສັງ ຄົມແຫ່ງຊາດໄດ້ອອກແຈ້ງການ ປະຕິບັດນະໂຍບາຍຕໍ່ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃນຂົງ ເຂດພາກວິສາຫະກິດ ແລະພາກສະໝັກໃຈ ຄື: ຫົວໜ່ວຍແຮງ ງານທີໄດ້ປິດກິດຈະການນັບແຕ່ ວັນທີ 1 ພຶດສະພາ 2021 ເປັນ ຕົ້ນໄປຕາມແຈ້ງການຂອງຄະນະ ສະເພາະກິດປ້ອງກັນ ໂ ຄ ວິ ດ ຂອງສູນກາງ ແລະຂອງແຂວງ ຫົວໜ່ວຍແຮງງານໃດຍຸດກິດຈະການ ແລະບໍ່ໄດ້ເບີກຈ່າຍເງິນ ເດືອນໃຫ້ຜູ້ອອກແຮງງານສາມາດໂຈະການຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມໄດ້, ສ່ວນຜູ້ອອກແຮງງານ ກໍ່ຈະໄດ້ຮັບ ເງິນຈາກກອງທຶນປະກັນສັງຄົມ 60% ຕາມຈໍານວນພັກວຽກ.

ຮອດປະຈຸບັນ ໄດ້ມີຫົວໜ່ວຍແຮງ ງານມາຍື່ນຂໍນະໂຍບາຍດັ່ງກ່າວ ຈຳນວນ 36 ຫົວໜ່ວຍ, ຈໍານວນ 2.650 ຄົນ, ເປັນເງິນ 1,3 ຕື້ ກວ່າກີບ ຫ້ອງການປະກັນສັງຄົມ ແຂວງສະຫວັນນະເຂດ ກຳລັງ ຄິດໄລ່ໂອນຜ່ານທະນາຄານເຂົ້າ ບັນຊີຜູ້ປະກັນຕົນ ໃຫ້ສຳເລັດກ່ອນ ທ້າຍເດືອນ ມິຖຸນາ 2021.

Leave a Reply

Your email address will not be published. Required fields are marked *