ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີ ປະກາດແຕ່ງຕັ້ງຮອງລັດຖະມົນຕີ ແລະ ປະກາດພະນັກງານອອກພັກການ-ອຸດໜູນບໍານານໃນວັນທີ 30 ມິຖຸນານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍ ໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຊສ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນ ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດ ລ້ອມຄົນໃໝ່ ໃນຈໍານວນ 2 ທ່ານ ຄື: 1) ທ່ານ ຈັນທະເນດ ບົວລະພາ, 2) ທ່ານ ພູວົງ ຫຼວງໄຊຊະນະ ແລະ ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບໍານານ ຈໍານວນ 1 ທ່ານ ຄື: ທ່ານ ຄໍາພາ ພົມມະໄກສອນ ກໍາມະການພັກກະຊວງ ຫົວໜາກົມກວດກາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ໃນພິທີ, ຍັງໄດ້ຮັບຟັງຄໍາໂອ້ລົມ ຂອງທ່ານ ນາງ ບຸນຄໍາ ວໍລະຈິດ ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ 2 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງເປັນຮອງລັດຖະ ມົນຕີ ກະຊວງ ກຊສ ໂດຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າດ້ວຍການເສີມຂະ ຫຍາຍໃນການຊີ້ນໍາ-ນໍາພາ ວຽກງານຂອງ ກຊສ ກໍຄືການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສໍາເລັດເປັນກ້າວໆ ແລະ ເຮັດໃຫ້ຂະແໜງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີຜົນສໍາເລັດຕາມຈຸດປະສົງໃນຕໍ່ໜ້າ, ພ້ອມດຽວກັນນັ້ນ ທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ທ່ານ ຄໍາພາ ພົມມະໄກສອນ ທີ່ໄດ້ເຂົ້າຮັບອຸດໜູນບໍານານ ຕາມນະ ໂຍບາຍຂອງພັກ-ລັດ ຊຶ່ງໄລຍະຜ່ານມາໄດ້ປະສ່ວນອຸທິດກໍາລັງແຮງ, ສະຕິປັນຍາ ແລະ ມັນສະໝອງເຂົ້າໃນການປະຕິບັດໜ້າທີ່ວຽກງານ ຮັບໃຊ້ຊາດ ກໍຄືການເຮັດໜ້າທີ່ການປະຕິວັດ ຢ່າງສໍາເລັດຜົນ.

ນອກຈາກນັ້ນ, ໃນພິທີຄັ້ງນີ້ ຍັງໄດ້ມີການມອບ-ຮັບ ຮູບແຕ້ມສີນໍ້າມັນໃສ່ຂອບສີຄໍາ ຂອງປະທານປະເທດແຫ່ງ ສປປ ລາວ ແຕ່ອະດີດຈົນເຖິງປັດຈຸບັນ ຊຶ່ງແມ່ນທ່ານ ປຣະເສີດ ບັນຈົງພັກດີ ປະທານບໍລິສັດຫຍ້າສີຟ້າ ມອບເປັນຂອງຂວັນແກ່ ກຊສ ແລະ ເປັນກຽດກ່າວຮັບແມ່ນ ທ່ານ ນາງ ບຸນຄໍາ ວໍລະຈິດ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ບໍລິສັດ ຫຍ້າສີຟ້າ ທີ່ໄດ້ນໍາຮູບພາບ ຈໍານວນ 8 ຮູບມາມອບ ໃຫ້ ກຊສ.

Leave a Reply

Your email address will not be published. Required fields are marked *