ເຈົ້າໜ້າທີ່ໄທຈັບໄດ້ 5 ຄົນ ທີ່ລັກລອບເຂົ້າເມືອງຜິດກົດຫມາຍ ຈ້າງເຮືອຫາງຍາວຄົນລະນັບໝື່ນບາດ ຢາກຂ້າມໄປກຸງເທບເຮັດວຽກຫາເງິນ, ເຂົ້າໃຈວ່າທຸກຄົນຕ້ອງການໃຊ້ຈ່າຍເງິນຄຳສຳຄັນ ແຕ່ໃນສະຖານະການແບບນີ້ ນອກຈາກໄປຈະບໍໄດ້ວຽກແລ້ວຍັງຜິດຕໍ່ລະບຽບກົດໝາຍບ້ານເຂົາ, ຈະກັບມາກໍ່ສ່ຽງເອົາໂຄວິດມາຕິດໃຫ້ບ້ານເຮົາອີກ.

ຮູບປະກອບ ຕາມຂ່າວໃຫ້ຮູ້ວ່າ ເມື່ອວັນທີ 21 ມິຖຸນາ 2021 ເວລາ 19:00 ໂມງ ເຈົ້າຫນ້າທີ່ໄທ ປະຕິບັດພາລະກິດລາດຕະເວນ ເຝົ້າກວດສອບພື້ນທີ່ບໍລິເວນແຄມຝັ່ງນ້ຳຂອງ ຕາມປົກກະຕິ ແລະໄດ້ພົບເຫັນຊາວລາວ 5 ຄົນຫລົບຊ້ອນຢູ່ໃນປ່າແຄມຕາຝັ່ງຂອງ ຊຸມຊົນອະນຸລັກບຳລຸງ ຕຳບົນສີບຸນເຣືອງ ອຳເພີເມືອງ ຈັງຫວັງມຸກດາຫານ ປະເທດໄທ.

ຈຳນວນ 5 ຄົນ ເປັນຜູ້ຊາຍ 2 ຄົນ ຜູ້ຍິງ 3 ຄົນ ຄື: 1. ທ້າວພິມມະສອນ (ບໍ່ມີນາມສະກຸນ) ອາຍຸ 23 ປີ 2. ທ້າວວິໄລ (ບໍ່ມີນາມສະກຸນ) ອາຍຸ32 ປີ 3. ນາງວາດສະໜາ (ບໍ່ມີນາມສະກຸນ) ອາຍຸ 23 ປີ 4. ນາງແດງ ທອງສົມສະນິດ ອາຍຸ 26 ປີ 5. ນາງຈ່ອຍ (ບໍ່ມີນາມສະກຸນ) ອາຍຸ 27 ປີ

ຈາກການສອບຖາມຂອງເຈົ້າຫນ້າທີາທັງ 5 ຄົນຍອມຮັບສາລະພາບວ່າເປັນຄົນສັນຊາດລາວ ໂດຍໄດ້ລັກລອບເຂົ້າໄທ ຕາມຊ່ອງທາງທຳມະຊາດ ໂດຍພວກຕົນເອງໄດ້ແອບນັ່ງເຮືອຫາງຍາວ ຈາກຝັ່ງ ສປປ.ລາວ ມາທີ່ດອນກາງນ້ຳຂອງ ຈາກນັ້ນຈະມີເຮືອຈາກຝັ່ງໄທມາຮັບເອົາພາໄປຍັງບໍລິເວນແຄມຕາຝັ່ງຂອງ ໂດຍເສຍຄ່າຈ້າງຄົນລະປະມານ 8,000-10,000 ບາດ ເພື່ອທີ່ຈະເດີນທາງເຂົ້າໄປເຮັດວຽກຢູ່ທີ່ກຣຸງເທບມະຫານະຄອນ.

ເອົາເປັນວ່າໃຫ້ທຸກຄົນເປັນເຈົ້າການນຳກັນ ໃນເມື່ອດ່ານຍັງປິດກໍ່ຈົ່ງລໍຖ້າສາກ່ອນ ຕອນນີ້ຢູ່ໄທໂຄວິດຍັງລະບາດເພີ່ມຂຶ້ນໃນທຸກໆວັນ ຄົນໄທເອງກໍ່ຕົກວຽກບໍ່ແມ່ນໜ້ອຍແລ້ວເຮົາຈະໄປຫາວຽກຢູ່ໃສໃຜຈະຮັບ ເຖິງຈະມີບ່ອນຮັບເຮັດວຽກແຕ່ໄປຜິດກົດໝາຍໄດ້ມາບໍ່ຄຸ້ມເສຍເດີ້ພີ່ນ້ອງ.
