ວັນທີ21/06/2021ເວລາ 10:50 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດໃຫຍ່. ຈຸດເກີດເຫດແມ່ນທາງເຂົ້າຮ່ອມ3 ບ້ານດ່ານຊ້າງ.

.

ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ເສຍຊີວິດ 1 ຄົນ: ເພດຍິງ ເດັກນ້ອຍອາຍຸ 4 ປີ ອາຊີບນັກຮຽນ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນຄໍຫັກແລະກະທົບຫົວ(ເສຍຊີວິດຄາທີ່). ເຊິ່ງຂີ່ມານຳຜູ້ປົກຄອງ (ສ່ວນຜູ້ປົກຄອງແມ່ນປອດໄພ).

ດັ່ງນັ້ນທາງຫນ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ນຳສົ່ງສົບໃຫ້ຄອບຄົວ ແລະ ຍາດຕິພີ່ນ້ອງເພື່ອເຮັດພິທີທາງສາສະຫນາ.

ຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດຕິພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ.
ຂໍໃຫ້ອຸປະຕິເຫດຄັ້ງນີ້ເຕືອນສະຕິພໍ່ແມ່ຜູ້ປົກຄອງໃຫ້ມີີວາລະມັດລະວັງ ມິສະຕິໃນການຂັບຂີ່ ເພື່ອຄວາມປອດໄພຂອງຄົນທີ່ເຈົ້າຮັກ