ເຫດເກີດຂຶ້ນໃນຕອນບ່າຍວັນເສົາທີ່ຢູ່ຖະໜົນຫຼວງໃນ Butler County, Alabama,  ທີ່ອາເມລິກາ.

.

ເຈົ້າໜ້າທີ່ຄາດວ່າລົດຄັນໜຶ່ງໄດ້ເສຍຫຼັກຍ້ອນຝົນຕົກໜັກ ແລະ ນໍ້າຖ້ວມລໍ້ບໍ່ຕິດກັບທາງ, ເຮັດໃຫ້ລົດ 15 ຄັນຂາດການຄວບຄຸມຄືກັນ. ເປັນເຫດໃຫ້ມີຜູ້ເສຍຊີວິດ 12 ຄົນ, ໃນນັ້ນມີເດັກນ້ອຍ 10 ຄົນ 

ຜູ້ເສຍຊີວິດ 8 ຄົນ, ອາຍຸ 4-17 ປີ ທີ່ຢູ່ໃນລົດເມ, ຜູ້ຂັບລົດລອດຊີວິດ ແລະ ໄດ້ຮັບການຊ່ວຍເຫຼືອຈາກຜູ້ເຫັນເຫດການເພື່ອໃຫ້ອອກຈາກລົດໃນເວລານັ້ນ. ແລະ ຫຼາຍຄົນໄດ້ພະຍາຍາມຊ່ວຍເຫຼືອເດັກ ແຕ່ລົດເມຄັນດັ່ງກ່າວກໍ່ລຸກໄໝ້ເປັນແປວໄຟ, ດັ່ງນັ້ນຈື່ງບໍ່ສາມາດຊ່ວຍໄດ້

.

ອີກ 2 ຄົນແມ່ນຢູ່ໃນລົດທີ່ລົ້ມພິກຂ້ອມ, ເຮັດໃຫ້ພໍ່ອາຍຸ 29 ປີໄດ້ເສຍຊີວິດທັນທີ ແລະ ລູກສາວອາຍຸ 9 ເດືອນໄດ້ເສຍຊີວິດຢູ່ໂຮງໝໍ

Leave a Reply

Your email address will not be published. Required fields are marked *