ໃນວັນທີ 16 ມີຖຸນາ 2021 ກອງບັນຊາການ ປກສ ນວ, ໄດ້ຮັບການແຈ້ງຂ່າວຈາກພົນລະເມືອງດີວ່າ ຢູ່ບ້ານໂພນປ່າເປົ້າ ໜ່ວຍ 66 ທີ່ເຮືອນເຊົ່າຂອງຄົນຕ່າງປະເທດ ( ສັນຊາດເກົາຫຼີໃຕ້ ) ມີການເປີດສຽງເພງເນືອງນັນ ເປັນປະຈຳ, ຈຶ່ງໄດ້ມອບໝາຍໃຫ້ເຈົ້າຫນ້າທີ່ຕຳຫລວດທ່ອງທ່ຽວ ຫ້ອງສັນຕິບານ ຮ່ວມກັບກຳລັງ ກອງພັນປ້ອງກັນເຄື່ອນທີ່ໄວ ປກສ ນະຄອນຫລວງວຽງຈັນ ສົມທົບກັບ ອຳນາດການປົກຄອງບ້ານ ໂພນປ່າເປົ້າ ເມືອງສີສັດຕະນາກ ລົງກວດກາຈຸດດັ່ງກ່າວຈຶ່ງພົບເຫັນມີ ການຈັດງານລ້ຽງຊຸມແຊວ ເຫລົ້າ, ເບຍ, ດື່ມສິ່ງມຶນເມົາໃນເຮືອນ ເປີດເພງສຽງດັງເນື່ອງນັນ ລົບກວນປະຊາຊົນອ້ອມຂ້າງ, ຜ່ານການກວດກາພົບເຫັນບຸກຄົນໃນສະຖານທີ່ທັງຫມົດ 3 ຄົນ ຍິງ 2 ຄົນ ຕ່າງປະເທດ 1 ຄົນ ເພດຊາຍ. ນອກນັ້ນ, ຍັງພົບເຫັນວັດຖຸສິ່ງຂອງຕ້ອງສົງໃສຄື: ຖັງອັດສານແກັສ ໄນຕຼັສອ໊ອກຊາຍ ( Nitrous Oxide ) ຫລືເອີ້ນວ່າ ແກັສຍິ້ມຫົວ ຈຳນວນ 2 ຖັງ ແລະ ອຸປະກອນການເສບ ຜົງສີຂາວຕິດຢູ່ໃນຫຼອດດູດ ຖິ້ມໃນຖັງຂີ້ເຫຍື້ອ ທີ່ຫ້ອງຈັດງານລ້ຽງ ພ້ອມທັງໝາກປຸມເປົ້າ ໃຊ້ເຂົ້າໃນການອັດແກັດ ຈຳນວນໜຶ່ງ.

ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:ເຮືອນຫຼັງດັງກ່າວມີການຈັດງານລ້ຽງ ແລະ ສົ່ງສຽງເນື່ອງນັນເປັນປະຈໍາ ເຊິ່ງເປັນການສ້າງມົນລະພິດທາງສຽງເຮັດໃຫ້ປະຊາຊົນຄົນອ້ອມຂ້າງໄດ້ຮັບຜົນກະທົບ, ຜ່ານມາອຳນາດການປົກຄອງບ້ານ ເຄີຍໄດ້ສຶກສາອົບຮົມກ່າວເຕືອນໃຫ້ຢຸດເຊົ່າ ແຕ່ພວກກ່ຽວກໍ່ຍັງສືບຕໍ່ລະເມີດ ເຊິ່ງການກະທໍາດັ່ງກ່າວແມ່ນເປັນການລະເມີດຄໍາສັ່ງ ເລກທີ 15/ນຍ ແລະ ແຈ້ງການ ເລກ ທີ 012/ສພກ ນວ ລົງວັນທີ 4 ມີຖຸນາ 2021 ກໍານົດໄວ້, ໃນໄລຍະເພີ່ມທະວີການປະຕິບັດ ມາດຕະການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດ ໂຄວິດ -19. ຕໍ່ສະພາບການດັ່ງກ່າວ ເຈົ້າໜ້າທີ່ໄດ້ນຳຕົວພວກກ່ຽວ ໄປກັກກັນເພື່ອຊອກຫາເຊື້ອພະຍາດໂຄວິດ – 19.

ເພື່ອຄວບຄຸມການລະບາດຂອງເຊື້ອພະຍາດ ໂຄວິດ 19 ຢູ່ນະຄອນຫຼວງວຽງຈັນ ໃຫ້ລຸດລົງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຮຽກຮ້ອງມາຍັງ ຊາວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນປະຕິບັດຕາມຄຳສັ່ງ, ແຈ້ງການ ແລະ ລະບຽບການທີ່ທາງຄະນະສະເພາະກິດໄດ້ກຳນົດ: ຫ້າມມີການຕັ້ງວົງຊຸມນຸມ ຫຼື ຊຸມແຊວ, ຕ້ອງຮັກສາໄລ່ຍະຫ່າງ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວ ທຸກໆຄັ້ງທີ່ມີການສຳພັດວັດຖຸສິ່ງຂອງຕ່າງໆ ເພື່ອຫຼີກລ່ຽງການຕິດເຊື້ອພະຍາດໂຄວິດ -19 ພ້ອມນີ້, ຖ້າພົບເຫັນສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນນະຄອນຫຼວງວຽງຈັນ ແລະ ພົບເຫັນຜູ້ລະເມີດ ແມ່ນແຈ້ງມາໄດ້ທີເບີ Whatsapp 02028899774 ຫຼື ສົ່ງເຂົ້າທາງຂໍ້ຄວາມ ທາງເຟກບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *