ເຫດຄະດີປຸ້ນຊັບ ແລະ ຄ າ ດຕະ ກຳ ທີ່ເກີດຂື້ນໃນເມື່ອວັນທີ 8 ກໍລະກົດ 2020 ຜ່ານມາຢູ່ແຄມທາງບ້ານຫວ້ຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມາເຖິງປະຈຸບັນເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສາມາດຈັບຕົວຜູ້ກໍ່ເຫດຄັ້ງນີ້ໄດ້ທັງໝົດ 3 ຄົນ ຄືທ້າວ ດຳນອງ ( ດຳ ) ອາຍຸ 46 ປີ ອາຊີບຫວ່າງງານ ບ້ານ ດ່ານຄຳ ໃນວັນທີ 24 ສິງຫາ 2020; ທ້າວ ເປ່ເລ້ ທຸລະທຳ ອາຍຸ 26 ປີ ອາຊີບຫວ່າງງານ ບ້ານຈັນສະຫວ່າງ ກັກໂຕວັນທີ 17 ກຸມພາ 2021 ແລະ ທ້າວ ສຸວັນນະກອນ ໄຊຊະນະ ( ກົ້ງ ) ອາຍຸ 23 ປີ ຫວ່າງງານ ບ້ານໂນນຂີເຫຼັກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກັກໂຕໃນວັນທີ 7 ເມສາ 2021; ນອກຈາກນີ້ເຈົ້າໜ້າທີຍັງໄດ້ຂະຫຍາຍຜົນນຳຈັບກຸ່ມແກ້ງພັກພວກທີ່ເຄີຍກໍ່ເຫດກ່ອນເຫດການອາດຊະຍາກຳຄັ້ງນີ້ໄດ້ອີກຈຳນວນ 6 ຄົນ ພ້ອມທັງ ເກັບກູ້ຂອງກາງລົດຈັກຄືນມາໄດ້ ແລະ ມອບຄືນໃຫ້ຍາດຂອງຜູ້ເສຍຊີວິດ.

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນ ພວກກ່ຽວທັງ 9 ຄົນ ໄດ້ຮັບສາລະພາບວ່າ ກ່ອນລົງມືກໍ່ເຫດໃນຄັ້ງນີ້ພວກກ່ຽວໄດ້ມີການວາງແຜນແບ່ງຄວາມຮັບຜິດຊອບກັນຄັກແນ່ ເພື່ອຊອກລັກລົດຈັກຢູ່ເຂດເມືອງສັງທອງ ນະຄອນຫຼວງວຽງຈັນ; ໃນກຸ່ມໄດ້ໃຫ້ທ້າວ ດຳນອງ ( ດຳ ) ຂັບຂີ່ລົດຈັກອອກໄປກ່ອນໃນເວລາ 16: 00 ໂມງ ຂອງວັນທີ 7 ກໍລະກົດ 2020 ຮອດເວລາ 3 ໂມງ ຂອງວັນທີ 8 ກໍລະກົດ 2020, ທ້າວເປ່ເລ້ ແລະ ທ້າວ ສຸວັນນະກອນ ( ກົ້ງ ) ອອກໄປສົມທົບຕາມຫຼັງ ຮອດເວລາ 14 ໂມງ ທັງສາມຄົນໄດ້ຈອດລົດຈັກລົມກັນເພື່ອຫາວິທີຊອກຫາລັກລົດຈັກຢູ່ຕໍໜ້າປ້ຳນ້ຳມັນບ້ານຫ້ວຍຫອມປະມານ 10 ນາທີ ມີເປົ້າໝາຍລົດຈັກກຳລັງຂັບຂີ່ລົດມຸ້ງໜ້າໄປທາງເມືອງສັງທອງ ພວກກ່ຽວທັງສາມໄດ້ພ້ອມກັນຂັບຂີ່ລົດຈັກໄລ່ຕາມເພື່ອຈະເອົາປືນຈີ່ເອົາລົດຄັນດັ່ງກ່າວພໍໄລທັນທ້າວດຳນອງ ( ດຳ ) ໄດ້ຮ້ອງໃສ່ຜູ້ຂັບຂີ່ລົດຈັກໃຫ້ຢຸດຈອດຫຼາຍຄັ້ງແຕ່ຜູ້ຂັບຂີ່ລົດຄັ້ງດັ່ງກ່າວບໍ່ຍອມຢຸດ, ທ້າວສຸວັນນະກອນຈື່ງໄດ້ຈົກເອົາປື ນທີ່ກຽມມາຍິ ງ ໃສ່ທາງດ້ານຫຼັງຜູ້ຂັບຂີ່ 1 ນັດເຮັດໃຫ້ຜູ້ກ່ຽວລົ້ມລົງແລ້ວລົງໄປເອົາລົດຈັກຍີ່ຫໍ້ ຢ່າມາຮ່າ R-15 ແລ້ວຂັບຂີ່ມາຫາທ້າວໂກ ຜູ້ເປັນຫົວນ້າກຸ່ມຢູ່ບ້ານທົ່ງປົາງ ເມືອງສີໂຄດຕະບອງ ເພື່ອຂາຍ

ຈາກນັ້ນ, ຈຶ່ງພາກັນເອົາໂຕລົບໜີບາງຄົນໄປລີ້ຢູ່ຕ່າງແຂວງ ແລະ ປະເທດເພື່ອນບ້ານ ( ປະເທດໄທ ) ແຕ່ຍ້ອນຄວາມພະຍາຍາມຂອງເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃນການໄລ່ຊອກໄລ່ຈັບ ຈຶ່ງນຳຈັບຕົວພວກກ່ຽວທັງ 3 ຄົນ ແລະ ກຸ່ມແກ້ງພັກພວກອີກ 6 ຄົນ ລວມເປັນ 9 ຄົນມາດຳເນີນຄະດີ.

ປະຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ໄດ້ສະຫຼຸບສຳນວນຄະດີສົ່ງໄອຍະການ ສັ່ງຟ້ອງສານຕັດສີນຕາມລະບຽບກົດໝາຍ.
