ໃນວັນທີ 14 ມິຖຸນາ 2021, ເຈົ້າໜ້າທີ່ ປກສ ກຸ່ມ 1 ຄົກເພີງ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ທ້າວ ແດງ ອາຍຸ 30 ປີ ຢູ່ບ້ານໂຄກສະຫວ່າງ ເມືອງສຸຂຸມາ ແຂວງຈໍາປາສັກ ປັດຈຸບັນພັກເຊົາ ຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ໃນຂໍ້ຫາຊື້ຂາຍຊັບຜິດກົດໝາຍ ( ລົດຈັກບໍ່ມີເອກະສານ ) ພ້ອມຂອງກາງລົດຈັກເວບ 100 ສີແດງດໍາ, ບໍ່ມີປ້າຍທະບຽນ.

ພັທ ຄໍາຜົງ ໂຊກຄໍາແສນ ຫົວໜ້າ ປກສ ກຸ່ມ 1 ຄົກເພີງ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງ ຈາກພົນລະເມືອງດີວ່າ: ມີຊາຍຄົນໜຶ່ງ ມາເລາະຖາມຂາຍລົດຈັກເວບ 100 ສີແດງດໍາ, ບໍ່ມີປ້າຍທະບຽນ ໃນລາຄາ 5 ລ້ານກີບ ໃຫ້ປະຊາຊົນ ເຂດບ້ານຫ້ວຍຄໍາ ເມືອງສັງທອງ, ເມື່ອຮູ້ແນວນັ້ນ ຈິ່ງໄດ້ແຕ່ງອ້າຍນ້ອງລົງຕິດຕາມການເຄື່ອນໄຫວ ແລະ ການກະທໍາຂອງຜູ້ກ່ຽວເຫັນວ່າມີມູນຄວາມຈິງ ຈິ່ງເຂົ້າກັກຕົວ ທ້າວ ແດງ ພ້ອມຢຶດລົດຈັກເວບ 100 ສີແດງດໍາ ມາທໍາການສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ປກສ ກຸ່ມ 1 ຄົກເພີງ ໃນເບື້ອງຕົ້ນຈິ່ງຮູ້ໄດ້ວ່າ: ລົດຈັກເວບ 100 ສີແດງດໍາ ບໍ່ມີປ້າຍທະບຽນ ແມ່ນອອກຊື່ ທ້າວ ສາຍຂອງ ຢູ່ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ເຊິ່ງຜູ້ກ່ຽວໃຫ້ເຫດຜົນວ່າ: ໃນເດືອນ ມິຖຸນາ 2021, ຕົນໄດ້ໄປນັ່ງກິນເຂົ້າ ຢູ່ຮ້ານອາຫານແຫ່ງໜຶ່ງ ເຂດເມືອງໄຊເສດຖາ ໃນລະຫວ່າງນັ້ນມີຊາຍຄົນໜຶ່ງບໍ່ຮູ້ຊື່ ຍ່າງຖາມຂາຍລົດຈັກເວບ 100 ສີແດງດໍາ ໃຫ້ໃນລາຄາ 3 ລ້ານກີບ, ເມື່ອຕົກລົງລາຄາກັນແລ້ວ ຕົນກໍ່ຮັບຊື້ເອົາ; ຕົກມາວັນທີ 14 ມິຖຸນາ 2021 ໄດ້ໄປເລາະຖາມຂາຍລົດ ໃຫ້ປະຊາຊົນ ເຂດບ້ານຫ້ວຍຄໍາ ເມືອງສັງທອງ ແຕ່ຍັງບໍ່ໄດ້ຂາຍ ຖືກເຈົ້າໜ້າທີ່ກັກຕົວກ່ອນ. ຕໍ່ກັບຄະດີດັ່ງ, ທາງເຈົ້າໜ້າທີ່ ປກສ ກຸ່ມຄົກເພີງ ຈະສົ່ງໃຫ້ໜ່ວຍງານວິຊາສະເພາະ ປກສ ເມືອງໄຊເສດຖາ ສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

Leave a Reply

Your email address will not be published. Required fields are marked *