ໃນວັນທີ 11.06.2021 ເວລາ 07:30ນາທີ ( ຕອນເຊົ້າ ) ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າ: ພົບສົບຜູ້ເສຍຊີວິດ ອຸປະຕິເຫດ ຢູ່ບ້ານ ດອນເມືອງ-ປ່າໜາມ ເມືອງ ມະຫາໄຊ ແຂວງ ຄຳມ່ວນ ເພື່ອໃຫ້ໄປມ້ຽນສົບຜູ້ເສຍຊີວິດ ສັນຊາດ ຫວຽດນາມ

ພວກເຮົາພ້ອມດ້ວຍທີມງານຈຶ່ງໄດ້ໄປມ້ຽນສົບດັ່ງກ່າວແລ້ວນຳສົ່ງສົບຜູ້ເສຍຊີວິດໄປໃຫ້ຍາດພີ່ນ້ອງເຮັດຕາມຮີດຄອງປະເພນີສາດສະໜາຕໍ່ໄປ .

( ສົ່ງຊາຍແດນລາວບາວ ເມືອງເຊໂປນ ແຂວງສະຫວັນນະເຂດ ).

ຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດດ້ວຍ …

.
