ທ່ານ ພັຕ ແຕະ ອຸດົມ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ຜູ້ຊີ້ນຳວຽກງານກອງຄະດີອຸບັດເຫດ ໃຫ້ຮູ້ວ່າ: ເດືອນພຶດສະພາຜ່ານມາ ທົ່ວແຂວງຫຼວງນ້ຳທາ ມີອຸບັດເຫດເກີດຂຶ້ນທັງໝົດ 23 ລາຍ, ມູນຄ່າຄວາມເສຍຫາຍທັງໝົດປະມານ 542 ລ້ານກວ່າກີບ. ຖ້າທຽບໃສ່ເດືອນຜ່ານມາ ແມ່ນຫຼຸດລົງ 22 ລາຍ. ອຸບັດເຫດສ່ວນໃຫຍ່ແມ່ນລົດຈັກຕຳລົດຈັກ, ມີພາຫະນະເປ່ເພເລັກນ້ອຍ 26 ຄັນ, ສົມຄວນ 13 ຄັນ, ໃຊ້ການບໍ່ໄດ້ 2 ຄັນ, ໄດ້ຮັບບາດເຈັບເລັກນ້ອຍມີ 38 ຄົນ ແລະ ສາຫັດ 11 ຄົນ. ລວມມີປະຊາຊົນ 29 ຄົນ, ພະນັກງານ 6 ຄົນ ແລະ ນັກຮຽນ-ນັກສຶກສາ 5 ຄົນ.

 ສ່ວນສາເຫດຂອງການເກີດອຸບັດເຫດ ສ່ວນຫຼາຍແມ່ນເກີດຂຶ້ນຍ້ອນນັກຂັບຂີ່, ຜູ້ໃຊ້ລົດໃຊ້ຖະໜົນບໍ່ປະຕິບັດກົດລະບຽບການສັນຈອນ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດໄວເກີນກຳນົດ, ແຊງທາງໂຄ້ງ ແລະ ບໍ່ໃຫ້ກຽດຊຶ່ງກັນ ແລະ ກັນ.

(ຂ່າວ-ພາບ:  ສົມພອນ ຂຸນດາວົງ)

Leave a Reply

Your email address will not be published. Required fields are marked *