ເພື່ອເຮັດໃຫ້ພະນັກງານຍົກສູງການປະຕິບັດໜ້າທີ່ການເມືອງມີຄວາມເປັນແບບຢ່າງໃນການປະຕິບັດວິໄນມີນໍ້າໃຈຮັກ ຊາດ ແລະປະຊາຊົນນອກຈາກປະຕິບັດຕາມຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະລະບຽບການກ່ຽວຂ້ອງແລ້ວໃນວັນທີ 3 ມິຖຸນາ 2021 ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ( ກຊສ ) ຍັງໄດ້ອອກຂໍ້ຕົກລົງຫ້າມ ພະນັກງານ-ລັດຖະກອນໃນຂະແໜງການຕົນເອງມີການປະພຶດດັ່ງນີ້:

1. ສ້າງກຸ່ມກ້ອນ, ປັ່ນປ່ວນ, ແບ່ງ ແຍກຄວາມສາມັກຄີພາຍໃນກໍ່ໃຫ້ເກີດມີຄວາມເສຍຫາຍຕໍ່ການຈັດຕັ້ງ ຫຼືບຸກຄົນອື່ນ, ເມີນເສີຍໃນການປະຕິບັດໜ້າທີ່ຄວາມຮັບຜິດຊອບທີ່ການຈັດຕັ້ງມອບໝາຍໃຫ້, ປະລະໜ້າທີ່, ຂາດການ ຫຼືບໍ່ມາປະຈຳການເປັນປົກກະຕິ ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ;

2. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ລຳອຽງ, ບໍ່ຖືກຕ້ອງ, ສ້າງຄວາມຫຍຸ້ງຍາກ, ກົດໜ່ວງ, ຖ່ວງດຶງ, ແກ່ຍາວເວລາໃນການຄົ້ນຄວ້າ, ແກ້ໄຂເອກະສານກ່ຽວກັບວຽກງານທີ່ດິນ, ສິ່ງແວດລ້ອມ, ນໍ້າ ແລະຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະອຸທົກກະສາດ ແລະວຽກງານອື່ນໆ ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຊຶ່ງສ້າງຄວມເສຍຫາຍຕໍ່ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ;

3. ສ້າງເອກະສານ ຫຼືສົມຮູ້ຮ່ວມຄິດສ້າງເອກະສານລາຍຮັບ-ລາຍຈ່າຍ, ເອກະສານການເງິນ, ຈັດຊື້-ຈັດຈ້າງ, ກໍ່ສ້າງ, ສ້ອມແປງ, ການຄຸ້ມຄອງ, ນຳໃຊ້ງົບປະມານແຫ່ງລັດ, ການຄຸ້ມຄອງນຳໃຊ້ຊັບສິນຂອງລັດທີ່ບໍ່ຖືກຕ້ອງ ຫຼືບໍ່ມີມູນຄວາມຈິງ, ລະເມີດກົດໝາຍ ແລະລະບຽບການເງິນລວມທັງການປິດບັງການກະທຳຜິດຂອງບຸກຄົນ ແລະການຈັດຕັ້ງທີ່ກ່ຽວຂ້ອງ;

4. ສວຍໃຊ້ສິດອຳນາດ, ໜ້າທີ່, ຖານະຕຳແໜ່ງ ຫຼືແອບອ້າງບຸກຄົນອື່ນເພື່ອຫາຜົນປະ ໂຫຍດໃຫ້ຕົນເອງ, ຍາດພີ່ນ້ອງ, ໝູ່ຄູ່, ພັກພວກດ້ວຍການຍັກຍອກ, ສໍ້ໂກງ, ໃຫ້, ຂໍເອົາ, ຮັບ ຫຼື ທວງເອົາສິນບົນຈາກເຈົ້າຂອງໂຄງການລົງທຶນ, ຜູ້ດຳເນີນກິດຈະກຳຕ່າງໆ ຫຼືບຸກຄົນ ແລະການຈັດຕັ້ງທີ່ກ່ຽວຂ້ອງ, ຈາກເຈົ້າຂອງສິດນຳໃຊ້ທີ່ດິນ ແລະປຸກລະດົມການອຸປະຖຳໃນຮູບແບບຕ່າງໆ ເພື່ອເປັນຂອງຂວັນຂອງຕ້ອນ;

5. ໃຊ້ສິດໜ້າທີ່ເກີບຂອບເຂດຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ຫຼືສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ ຫຼື ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ;

6. ອຳນວຍຄວາມສະດວກ ຫຼືສົມຮູ້ຮ່ວມຄິດກັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫຼືຈາກເຈົ້າຂອງໂຄງການລົງທຶນ, ຜູ້ດຳເນີນກິດຈະການຕ່າງໆ ເພື່ອລັກໂລບ, ສໍ້ໂກ້ງ ຫຼືມີພຶດຕິກຳ ຫຼືເຄື່ອນໄຫວທີ່ລະເມີດຕໍ່ຂໍ້ຫ້າມຕາມທີ່ກຳນົດໄວ້ໃນກົດໝາຍ;

7. ເມີນເສີຍ, ເລິນເລີ້ຕໍ່ການປະຕິບັດໜ້າທີ່, ບິດເບື້ອນຂໍ້ມູນ, ກົດໜ່ວງ, ຖ່ວງດຶງການພິຈາລະນາເອກະສານກ່ຽວກັບ ວຽກງານທີ່ດິນ, ສິ່ງແວດລ້ອມ, ນໍ້າ ແລະຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະອຸທົກກະສາດ ແລະວຽກງານອື່ນຂອງຂະແໜງການຊັບພະຍາກອນທຳມະຊາດ ແລະສິ່ງ ແວດລ້ອມ;

8. ສວຍໃຊ້ ຫຼືນຳໃຊ້ຊັບສິນຂອງລັດ ຫຼືລວມໝູ່ໂດຍບໍ່ໄດ້ຮັບອະນຸຍາດ ຫຼືເພື່ອຫາຜົນປະໂຫຍດໃຫ້ຕົນເອງ, ຍາດພີ່ນ້ອງ, ໝູ່ຄູ່, ພັກພວກໂດຍບໍ່ຖືກຕ້ອງຕາມກົດໝາຍ;

9. ຍັກຍອດ, ສໍ້ໂກງເອົາສິດນຳໃຊ້ທີ່ດິນ ແລະຊັບສິນຂອງລັດ, ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ;

10. ອະນຸຍາດໃຫ້ເຄື່ອນໄຫວ ຫຼືປ່ຽນແປງສິດນໍາໃຊ້ທີ່ດິນບໍ່ວ່າໃນກໍລະນີໃດກໍຕາມທີ່ຍັງມີຂໍ້ຂັດແຍ່ງ, ອອກໃບຕາດິນຊໍ້າຊ້ອນ, ອອກໜັງສືຢັ້ງຢືນກ່ຽວກັບການນຳໃຊ້ທີ່ດິນໃຫ້ແກ່ບຸກ ຄົນ, ນິຕິບຸກຄົນ ແລະການຈັດຕັ້ງໂດຍບໍ່ຖືກຕ້ອງຕາມກົດໝາຍເປັນຕົ້ນທີ່ດິນບໍລິເວນນໍ້າ, ທີ່ດິນວັດທະນະທຳ, ທີ່ດິນປ່າປ້ອງກັນ, ທີ່ດິນປ່າສະຫງວນ, ທີ່ດິນປ່າຜະລິດ, ທີ່ດິນເຂດຫວງຫ້າມຂອງລັດ;

11. ສົມຮູ້ຮ່ວມຄິດໃນການຊື້-ຂາຍ ສິດນຳໃຊ້ທີ່ດິນໃຫ້ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ແລະຄົນຕ່າງ ປະເທດທີ່ເປັນເຊື້ອຊາດລາວລວມທັງການຈັດຕັ້ງຂອງບຸກຄົນດັ່ງກ່າວທີ່ໂດຍໃສ່ຊື່ ຫຼືບໍ່ໃສ່ຊື່ພົນລະເມືອງລາວໄວ້;

12. ອອກໃບຢັ້ງຢືນ ຫຼືອອກໜັງສືອະນຸຍາດດ້ານສິ່ງແວດລ້ອມ, ນໍ້າ, ຊັບພະຍາກອນແຫຼ່ງນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງ;

13. ເປັນນາຍໜ້າ, ທີ່ປຶກສາໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງກ່ຽວກັບວຽກງານທີ່ດິນ, ສິ່ງແວດລ້ອມ, ນໍ້າ ແລະຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະອຸທົກກະສາດ ແລະວຽກງານອື່ນຂອງຂະແໜງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ;

14. ປອມແປງ ຫຼືທໍາລາຍຫຼັກຖານ, ມາດຕະຖານເຕັກນິກ, ບໍລິມາດ, ລາຄາຫົວໜ່ວຍ, ການປະມູນ, ການຈັດຊື້-ຈັດຈ້າງ, ເອກະສານ, ລາຍເຊັນ ຫຼືຕາປະທັບກ່ຽວກັບທີ່ດິນ, ສິ່ງແວດລ້ອມ, ນໍ້າ ແລະຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະອຸທົກກະສາດ ແລະວຽກງານອື່ນຂອງຂະແໜງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມລວມທັງການຍ້າຍ, ປ່ຽນແປງ ຫຼືທຳລາຍຫຼັກເຂດແດນໂດຍບໍ່ໄດ້ຮັບອະນຸຍາດ;

15. ເປີດເຜີຍຄວາມລັບຂອງລັດ ແລະລັດຖະການ;

16. ມີພຶດຕິກຳອື່ນທີ່ມີການລະເມີດກົດໝາຍ ແລະລະບຽບການ.

ພະນັກງານ-ລັດຖະກອນຂອງຂະແໜງການຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມຜູ້ໃດໄດ້ລະເມີດ ຫຼືມີພຶດຕິກຳທີ່ຂັດກັບບັນດາຂໍ້ຫ້າມນີ້ຈະຖືກປະຕິບັດວິໄນ ຫຼືລົງໂທດຕາມກົດໝາຍ ແລະລະບຽບການຕາມແຕ່ລະກໍລະນີເບົາຫຼືໜັກ. ຂະນະທີ່ພະນັກງານ-ລັດຖະກອນຂອງຂະແໜງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມທີ່ເປັນແບບ ຢ່າງໃນການປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດຈະເປັນເງື່ອນໄຂໄດ້ຮັບການຍ້ອງຍໍຕາມກົດໝາຍ ແລະລະບຽບການ.

.

.

Leave a Reply

Your email address will not be published. Required fields are marked *