ວັນທີ 17 ພຶດສະພາ ຜ່ານມາ, ປະຊາຊົນບ້ານສຸກສາລາ ເມືອງລອງ ແຂວງຫຼວງນ້ຳທາ ໄປລ່າສັດ ປ່າ ແລ້ວຫຼົງຍິ ງກັນເສຍຊີວິດ 1 ຄົນ.ຜ່ານການລົງກວດກາ ສະຖານທີ່ເກີດເຫດ ພົບເຫັນຄົນເສຍຊີ ວິດ ຊື່ ທ້າວ ເກີທູ ອາຍຸ 38 ປີ ບ້ານສຸກສາລາ ຖືກ ຍິ ງເຂົ້າບໍລິເວນບ່າໄລເບື້ອງຊ້າຍຊອດອອກດ້ານຫຼັງ.

ຜ່ານການສອບສວນ ທ້າວ ອາແມ໋ ອາຍຸ 35 ປີບ້ານສຸກສາລາ ຜູ້ທີ່ກໍ່ເຫດຍິງ ໄດ້ໃຫ້ການວ່າ: ກ່ອນເກີດເຫດ ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2021, ຜູ້ກ່ຽວ ພ້ອມກັບໝູ່ 4 ຄົນ.ໃນນັ້ນ, ມີທ້າວ ເກີທູ (ຜູ້ເສຍຊີວິດ), ທ້າວ ຊໍຢື, ທ້າວ ໂນຈອງ ແລະ ທ້າວ ປະຊາ ໄດ້ຊັກຊວນກັນໄປລ່າເນື້ອໃນປ່າເຂດບ້ານສຸກສາລາ ຫາ ບ້ານສົມປານຢ້າວເກົ່າ, ໂດຍນຳປືນແກັບ ໄປ 4 ກະບອກ ແລະ ປື ນ CKC 1 ກະບອກ, ພາຍຫຼັງໄດ້ຕົກລົງກັນລະອຽດແລ້ວ ພວກກ່ຽວໄດ້ພາກັນຍ່າງເຂົ້າປ່າໄປຫາເຂດທີ່ພົບເຫັນຮ່ອງຮອຍຕີນໝູປ່າ, ຮອດເວລາປະມານ 12:00 ໂມງ ໄດ້ແຍກກັນໄປຊອກຍິງ.ໃນເວລານັ້ນ, ທ້າວ ອາແມ໋ ໄດ້ພົບເຫັນຄ້າຍຄືໝູປ່າ 2 ໂຕ ແລ່ນເຂົ້າໄປໃນເຂດປ່າຫຍ້າຕຶບ ຈຶ່ງໄດ້ນຳເຂົ້າໄປຊອກເຫັນໃບໄມ້ເໜັງໄປມາ ຄິດວ່າແມ່ນໝູປ່າ ກໍໃຊ້ປືນແກັບຍິງໃສ່ ແລ້ວໄດ້ຍິນສຽງສຽງຄົນຮ້ອງຂຶ້ນ ຈຶ່ງເຂົ້າໄປເບິ່ງ ເຫັນທ້າວເກີທູ ຖືກຍິງເຂົ້າບໍລິເວນກ້ອງບ່າໄຫຼ່ເບື້ອງຊ້າຍ ຊອດອອກດ້ານຫຼັງ ແລ້ວຜູ້ກ່ຽວກໍເສຍຊີວິດໃນເວລາຕໍ່ມາ.

ຄະດີດັ່ງກ່າວນີ້,ເຈົ້າໜ້າທີ່ ໄດ້ເກັບທ້ອນໂຮມອປື ນແກັບ 4 ກະບອກ ແລະ ປື ນ CKC 1 ກະບອກ ໄວ້ເປັນຫຼັກຖານ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
