ນທີ 2 ມິຖຸນາ 2021 ສປປ ລາວໄດ້ຮັບວັກຊີນກັນພະຍາດໂຄວິດ-19ຊຸດໃໝ່ ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility), ຊຶ່ງເປັນການຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO). ວັກຊີນກັນພະຍາດໂຄວິດ-19ຊຸດໃໝ່ນີ້ເເມ່ນປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100,620ໂດສ.

ອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດທີ່ລັດຖະບານແຫ່ງ ສປປ ລາວ ໄດ້ພັດທະນາຂຶ້ນ, ວັກຊີນຊຸດນີ້ເເມ່ນຈະໄດ້ນຳໃຊ້ເພື່ອທຳການສັກຢາກັນພະຍາດໃຫ້ແກ່ປະຊາກອນຈຳນວນ50.300 ຄົນທີ່ມີອາຍຸ 60 ປີຂຶ້ນໄປ ແລະເປັນພະຍາດຊໍ້າເຮື້ອ. ການສັກວັກຊີນດັ່ງກ່າວນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນນະຄອນຫຼວງວຽງຈັນ ຈາກນັ້ນຈະໄດ້ຜັນຂະຫຍາຍໄປສູ່ເຂດທີ່ມີຄວາມສ່ຽງສູງອື່ນໆເຊັ່ນ: ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.
ທ່ານດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: “ການມາຮອດຂອງວັກຊີນຟາຍເຊີ ແມ່ນທັນການກັບເປົ້າໝາຍທີ່ລັດຖະບານແຫ່ງສປປລາວໄດ້ວາງໄວ້ໃນການສັກວັກຊີນກັນພະຍາດໂຄວິດ-19ເພຶ່ອປົກປ້ອງ 50% ຂອງຈຳນວນປະຊາກອນທັງໝົດໃນປີ 2021. ວັກຊີນເຫລົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດກ້າວໄປສູ່ການບັນລຸເປົ້າໝາຍດັ່ງກ່າວ. ຂ້າພະເຈົ້າຍັງຂໍເນັ້ນຕື່ມອີກວ່າເຖິງເເມ່ນວ່າວັກຊີນຈະຊ່ວຍໃຫ້ບັນດາປະເທດຕ່າງໆຄວບຄຸມພະຍາດໂຄວິດ-19, ພວກເຮົາກໍຍັ່ງຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງສັງຄົມ,ໃສ່ໜ້າກາກອະນາໄມ ເເລະ ໝັ່ນລ້າງມືຂອງຕົນເປັນປະຈຳ, ເຖິງແມ່ນວ່າທ່ານໄດ້ສັກຢາວັກຊິນກັນພະຍາດໂຄວິດ-19ຄົບ 2 ເຂັມແລ້ວກໍ່ຕາມ.”
ວັກຊີນກັນພະຍາດໂຄວິດ-19 ທີ່ນໍາໃຊ້ໃນ ສປປ ລາວ ເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ເເລະ ກົມອາຫານແລະຢາ ຂອງກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ. ວັກຊີນຟາຍເຊີ ໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ31ເດືອນທັນວາ ປີ2020.
ທ່ານດຣ. ມາກ ຈາກອບສ໌, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປລາວກ່າວວ່າ: “ພວກເຮົາຍິນດີຕ້ອນຮັບດ້ວຍຄວາມປຶ້ມປິຕິ ວັກຊີນຟາຍເຊີຊຸດນີ້ຈາກໂຄງການCOVAX Facility. ໃນປະຈຸບັນນີ້, ວັກຊິນກັນພະຍາດໂຄວິດ-19 ທັງ 3 ຊະນິດ ທີ່ໄດ້ນຳໃຊ້ໃນ ສປປ ລາວ ລ້ວນແຕ່ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກແລ້ວ ເເລະ ຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ, ແລະປະສິດທິຜົນຂອງວັກຊິນເຫລົ່ານີ້. ຂ້າພະເຈົ້າຂໍຖືໂອກາດນີ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງສປປລາວໃນການເສີມສ້າງຂີດຄວາມສາມາດໃນການຮອງຮັບວັກຊີນຟາຍເຊີ ຊຶ່ງເປັນວັກຊີນທີ່ຕ້ອງການການເກັບຮັກສາເປັນພິເສດເພື່ອຮັກສາປະສິດທິພາບຂອງວັກຊີນ.”

ວັກຊີນຟາຍເຊີ ເປັນວັກຊີນທີ່ຕ້ອງການ ການເກັບຮັກສາໃນອຸນຫະພູມເຢັນເຖິງ ລົບ 70ອົງສາເຊນຊຽດ ເພື່ອຮັກສາປະສິດທິພາບຂອງວັກຊີນ, ດັ່ງນັ້ນຈຶ່ງຕ້ອງການໃຫ້ມີລະບົບຄວາມເຢັນພິເສດ (Ultra-Cold Chain). ໃນປະຈຸບັນນີ້, ສະຖາບັນປັດສະເຕີ(Institute Pasteur du Laos)ໄດ້ຈັດກຽມຕູ້ແຊ່ແຂງພິເສດ 2 ໜ່ວຍໃໝ່ໄວ້ສະເພາະສຳລັບຢາວັກຊິນກັນພະຍາດໂຄວິດ-19 ຊຶ່ງສາມາດເກັບຮັກສາວັກຊີນຟາຍເຊີໄດ້ເຖິງ 740,000 ໂດສ.
ຍິ່ງໄປກ່ວານັ້ນ, ສູນວິເຄາະ-ລະບາດວິທະຍາແຫ່ງຊາດ (National Centre Laboratory Epidemiology) ຍັງໄດ້ຈັດກຽມຕູ້ແຊ່ແຂງພິເສດ1 ໜ່ວຍຊຶ່ງສາມາດເກັບຮັກສາວັກຊີນຟາຍເຊີ ໄດ້ເຖິງ 300,000ໂດສ. ອົງການອະນາໄມໂລກໄດ້ຈັດຊື້ຕູ້ແຊ່ແຂງພິເສດຕື່ມອີກ 3 ໜ່ວຍ ເຊິ່ງສາມາດເກັບຮັກສາວັກຊີນໄດ້ປະມານ 360.000ໂດສ ເພື່ອນໍາໃຊ້ທັງໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ. ຕູ້ແຊ່ແຂງພິເສດຈາກອົງການອະນາໄມໂລກ ເເມ່ນຢັງຈະຊ່ວຍປະກອບສ່ວນເພີ່ມເຂົ້າໃສ່ຕູ້ເຢັນອີກຈຳນວນ 157ໜ່ວຍ ຈາກອົງການຢູນິເຊັບແລະ ອີກ 20ໜ່ວຍທີ່ອົງການອະນາໄມໂລກໄດ້ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເເລ້ວເພື່ອເສີມສ້າງຄວາມສາມາດດ້ານລະບົບຄວາມເຢັນພິເສດເພື່ອຮອງຮັບວັກຊີນ.

ທ່ານນາງບີອາເຕ ດາສເຕລ໌, ວ່າການແທນຜູ້ຕາງໜ້າອົງການຢູນິເຊັບ ກ່າວວ່າ: “ການມາຮອດຂອງວັກຊີນຄັ້ງລ້າສຸດນີ້ເປັນຫຼັກໝາຍອັນສຳຄັນໜຶ່ງອີກໃນການຕອບໂຕ້ຕໍ່ການລະບາດຂອງພະຍາດໂຄວິດ-19ໃນ ສປປ ລາວ ແລະເປັນບາດກ້າວໜຶ່ງຕໍ່ການຮັບປະກັນການເຂົ້າເຖິງວັກຊິນກັນພະຍາດໂຄວິດ-19 ແບບເທົ່າທຽມ ແລະເປັນທໍາໃນທົ່ວໂລກ. ຂ້າພະເຈົ້າກໍ່ຂໍສະແດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງສປປລາວ ໃນການຕອບຮັບແກ້ໄຂບັນດາກໍລະນີໂຄວິດ-19ໃໝ່ໃນປະເທດຢ່າງມີປະສິດຕິຜົນ ແລະໃນການດຳເນີນການສັກວັກຊິນຢ່າງວ່ອງໄວເພື່ອປົກປ້ອງປະຊາຊົນລາວ. ອົງການຢູນິເຊັບ ແລະຄູ່ຮ່ວມງານຂອງພວກເຮົາຈະສືບຕໍ່ເຮັດວຽກຮ່ວມມືກັນຢ່າງໃກ້ຊິດເພື່ອສະໜັບສະໜູນລັດຖະບານແຫ່ງສປປລາວ ໃນການຕອບໂຕ້ຕໍ່ການລະບາດຂອງພະຍາດໂຄວິດ-19ໃນປະເທດ, ລວມເຖິງການຈັດຊື້ວັກຊີນ.”
ນອກຈາກວັກຊິນແລ້ວ, ໃນວັນທີ 6 ມິຖຸນາ 2021, ສປປ ລາວ ຍັງຈະໄດ້ຮັບການສະໜອງເຂັມສັກຢາຈຳນວນ 100.700 ເຂັມ ແລະກ່ອງສໍາລັບຂີ້ເຫຍື້ອບໍ່ອະເຊື້ອຈໍານວນ 1,175 ກ່ອງ ຕື່ມອີກ ຊຶ່ງແມ່ນອົງການຢູນິເຊັບໄດ້ຈັດຊື້ໃຫ້. ບັນດາປະເທດສະມາຊິກຄະນະກຳມະການຂອງອົງການກາວີ ທີ່ປະຈຳຢູ່ ສປປ ລາວ ປະກອບມີ: ປະເທດອົດສະຕາລີ, ການາດາ, ສະຫະພາບເອີຣົບ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ສ. ເກົາຫຼີ, ລຸກຊໍາບວກ, ສະວິດ, ອັງກິດ ແລະ ສະຫະລັດອາເມລິກາ.