ໃນຂະນະທີ່, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ສະຫາຍ ລີ້ ຈ້ານຊູ ກຳມະການຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ເພື່ອໂອ້ລົມແລກປ່ຽນສະພາບການພົ້ນເດັ່ນຂອງແຕ່ລະປະເທດ ແລະສະພາບການໃນການຕ້ານ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ ຢູ່ ສປປ ລາວ.

ານພົບປະທາງໄກດັ່ງກ່າວໄດ້ມີຂຶ້ນເມື່ອ ວັນທີ 28 ພຶດສະພາ 2021, ທີ່ສຳນັກງານສູນກາງພັກ , ມີບາງຕອນສະຫາຍ ລີ ຈ້ານຊູ ໄດ້ຕາງໜ້າ, ພັກ, ລັດຖະບານຈີນ ປະກາດໃຫ້ການຊ່ວຍເຫຼືອ ວັກຊິນຕ້ານພະຍາດໂຄວິດ ຈໍານວນ 500.000 ຫລອດ ໃຫ້ແກ່ ສປປ ລາວຕື່ມອີກ ເພື່ອຮັບມືກັບພະຍາດໂຄວິດ ໃນປັດຈຸບັນ.

ຂໍ້ມູນ: ສະພາແຫ່ງຊາດລາວ