ໃນວັນທີ 31 ພຶດສະພາ 2021, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຈາກພົນລະເມືອງດີ ຜ່ານທາງເບີວອດແອັບ ປກສ ນວ ວ່າ: ມີກຸ່ມໄວລຸ້ນຈໍານວນໜື່ງ ຕັ້ງວົງຊຸມແຊວດື່ມຂອງມຶນເມົາ ແລະ ມ ົ້ວ ສຸ ມ ມ ້າ ຢູ່ແຄມໜອງປາ ບ້ານໂພນສົມບູນ ເມືອງສີໂຄດຕະບອງ. ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ ປກສ ເມືອງສີໂຄດຕະບອງ ລົງແກ້ໄຂ ແລະ ກວດກາສະຖານທີ່ຕົວຈິງ.

ພາຍຫຼັງໄດ້ຮັບການຊີ້ນໍາ, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ມອບໝາຍໃຫ້ ປກສ ກຸ່ມບ້ານໃໝ່ ເມືອງສີໂຄດຕະບອງ ນໍາກໍາລັງເຈົ້າໜ້າທີ່ ສົມທົບກັບອໍານາດການປົກຄອງບ້ານ, ປກສ-ປກຊ ບ້ານໂພນສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງສະຖານທີ່ຕົວຈິງ ພົບເຫັນກຸ່ມໄວລຸ້ນຈໍານວນ 6 ຄົນ, ຍິງ 3, ອາຍຸປະມານ 17-19 ປີ ກໍາລັງຕັ້ງວົງຊຸມແຊວດື່ມເບຍ ແລະ ມ ົ້ວ ສຸ ມ ມ ້າ ຢູ່ແຄມໜອງປາແຫ່ງໜື່ງ ເຂດບ້ານໂພນສົມບູນ ເມືອງສີໂຄດຕະບອງ ເຈົ້າໜ້າທີ່ຈິ່ງຄຸມຕົວພວກກ່ຽວມາສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກ ຢູ່ ປກສ ກຸ່ມບ້ານໃໝ່ ແລ້ວມອບຄືນໃຫ້ຜູ້ປົກຄອງສືບຕໍ່ສຶກສາອົບຮົມ. ສໍາລັບການກະທໍາຂອງພວກກ່ຽວໃນຄັ້ງນີ້ ແມ່ນເປັນການລະເມີດຄໍາສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 02/ຈນວ ທີ່ລະບຸໄວ້ໃນຂໍ້ 1.2 ມາດຕະການເພິ່ມເຕີມ, ຂໍ້ 2) ກໍານົດໄວ້ວ່າ: ຫ້າມຈັດງານລ້ຽງສ້າງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖາທີ່ ເພື່ອເປັນການປ້ອງກັນ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດອອກໄປສູ່ວົງກວ້າງ.

ເພື່ອເປັນການປ້ອງກັນ, ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ອອກເປັນວົງກວ້າງ ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຊັ້ນທົ່ວສັງຄົມ ຈົ່ງປະຕິບັດພະທະຂອງພົນລະເມືອງ ໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຖ້າພົບເຫັນການກະທໍາທີ່ລະເມີດລະບຽບດໍາລົງຊີວິດຂອງສັງຄົມ ແລະ ແຕະຕ້ອງກົດໝາຍ ຂໍໃຫ້ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.