ລາຍງານການລະບາດຂອງພະຍາດໂຄວິດ ປະຈຳວັນທີ 30 ພຶດສະພາ 2021 ກວດພົບຜູ້ຕິດເຊື້ອໃໝ່ 3 ຄົນ ທັງໝົດເປັນຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ
ຟັງຖະແຫຼງຂ່າວ
ລາຍງານການລະບາດຂອງພະຍາດໂຄວິດ ປະຈຳວັນທີ 30 ພຶດສະພາ 2021 ກວດພົບຜູ້ຕິດເຊື້ອໃໝ່ 3 ຄົນ ທັງໝົດເປັນຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ
ຟັງຖະແຫຼງຂ່າວ
ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ຮສ ດຣ ນ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19
ຈະຖະແຫຼງຂ່າວໃນມື້ນີ້ ກ່ຽວກັບ:
-ສະພາບການລະບາດໃນທົ່ວໂລກ ແລະ ສປປ ລາວ ພ້ອມທັງບັນດາຄຳແນະນໍາຕ່າງໆ,
-ສາເຫດ ກ່ຽວກັບ ການ ເ ສ ຍ ຊິ ວິ ດ ຂອງກໍລະນີ ທີ 03.
ຕໍ່ໄປ, ຂ້າພະເຈົ້າຂໍລາຍງານກ່ຽວກັບສະພາບການລະບາດ ຂອງພະຍາດ COVID-19 ໃນໂລກ ແລະ ສປປ ລາວ ລາຍລະອຽດດັ່ງນີ້:
ມາຮອດປະຈຸບັນ ສປປ ລາວ ພົບຜູ້ຕິດເຊື້ອໃໝ່ ທັງໝົດ 03 ຄົນ ເຊິງທັງໝົດແມ່ນມາຈາກ ນະຄອນຫຼວງວຽງຈັນ ເຊິງແມ່ນ ການຕິດເຊື້ອໃນຊຸມຊົນ ສໍາລັບລາຍລະອຽດຂ້າພະເຈົ້າຈະຂໍລາຍງານໃນພາກຕໍ່ໄປ. ດັ່ງນັ້ນ ຕົວເລກສະສົມຕິດເຊື້ອທັງໝົດຢູ່ ປະເທດເຮົາແມ່ນ 1,911 ຄົນ. ເ ສ ຍ ຊິ ວິ ດ ສະສົມ 03 ຄົນ, ປິ່ນປົວຫາຍດີ 1,426 ຄົນ
(ໃໝ່ 24,ຄົນ) ແລະ ຍັງສືບຕໍ່ປິ່ນປົວທັງໝົດ 482 ຄົນ.
-ສໍາລັບສະພາບການລະບາດ ທົ່ວໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 170,599,044 ຄົນ (ໃໜ່ 494,758). ເ ສ ຍ ຊິ ວິ ດ ສ ະ ສົ ມ 3,547,635 ຄົນ
(ໃໝ່ 10,945) ແລະ ປີ່ນປົວຫາຍດີ 152,733,549 (ໃໝ່ 646,488) ຄົນ. ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເ ສ ຍ ຊິ ວິ ດ ຫຼາຍກວ່າໝູ່ໃນໂລກກໍ່ຍັງ ແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິນ.
ມາຮອດວັນທີ 29 ພຶດສະພາ 2021 ມີຜູ້ເດີນທາງ ເຂົ້າ ສປປ ລາວ ທັງໝົດ 1,486 ຄົນ, ເຂົ້າສະໜາມບິນວັດໄຕ 233 ຄົນ, ມີແຮງງານລາວ ເຂົ້າມາ 109 ຄົນ ເຫຼືອນັ້ນ ແມ່ນ ພະນັກງານຂັບລົດ ແລະ ຜູ້ຕິດຕາມ ທົ່ວປະເທດມີສູນຈໍາກັດບໍລິເວນຮອງຮັບຜູ້ເດີນທາງເຂົ້າມາ ສປປ ລາວ ທີ່ເປີດນຳໃຊ້ຢູ່ທັງໝົດ 48 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 2,974 ຄົນ.
ໃນວັນທີ 29 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,928 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 03 ກໍລະນີ
ຕໍ່ໄປຂ້າພະເຈົ້າຂໍລາຍງາກ່ຽວກໍລະນີຕິດເຊື້ອໃໝ່ 03 ຄົນ ຈາກນະຄອນຫຼວງວຽງຈັນ (ກໍລະນີຢັ້ງຢືນທີ 1909 – 1911) ມີຄື:
-ຜູ້ຕິດເຊື້ອທີ 1 ເປັນຜູ້ສຳຜັດໃກ້ຊິດກັບກັບ ກຸ່ມຕິດເຊື້ອ ຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ,
-ຜູ້ຕິດເຊື້ອທີ 2 ແມ່ນ ຈາກບ້ານຕານມີໄຊ/ຫໍພັກອາຈານ ມຊ
-ຜູ້ຕິດເຊື້ອທີ 3 ແມ່ນ ຢູ່ບ້ານໂພນປາເປົ້າ ເຊິງທາງທີມແພດນະຄອນຫຼວງກໍາລັງຕິດຕາມ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,ມາຮອດປະຈຸບັນນີ້ ທ່າອ່ຽງຂອງການລະບາດ ໃນໂລກນີ້ ຍັງບໍ່ມີທ່າທີ່ຈະຢຸດນິ້ງ ຫຼື ລົງຄ້ອຍເທື່ອ. ຕາມການລາຍງານຂອງໜ່ວຍງານຄວບຄຸມພະຍາດຕິດຕໍ່ ຂອງ ສະຫະພັນຢູໂລບ (ECDC) ແລະ ຈາກມະຫາວິທະຍາໄລ ຈອນຮອບສະກິນ ໄດ້ແບ່ງການລະບາດໃນບັນດາປະເທດ ອອກເປັນ 06 ກຸ່ມ ດັ່ງຕໍ່ໄປນີ້:
oປະເທດທີ່ມີກໍລະນີຕິດເຊື້ອໃໝ່ ເພີ້ມຂື້ນ 02 ເທົ່າ (ສົມທຽບ 14 ວັນ ຜ່ານໄປ ກັບ 14 ວັນກ່ອນ) ມີ 12 ປະເທດ
oປະເທດທີ່ມີກໍລະນີຕິດເຊື້ອໃໝ່ ຫຼາຍກວ່າຜ່ານມາ ມີ 48 ປະເທດ
oປະເທດທີ່ມີກໍລະນີຕິດເຊື້ອໃໝ່ ບໍ່ປ່ຽນແປງ (ຄືເກົ່າ) ມີ 12 ປະເທດ
oປະເທດທີ່ມີກໍລະນີຕິດເຊື້ອໃໝ່ຫຼຸດລົງ ມີ 76 ປະເທດ
oປະເທດທີ່ມີກໍລະນີຕິດເຊື້ອໃໝ່ຫຼຸດລົງເຄິ່ງໝຶ່ງ ມີ 34 ປະເທດ
oປະເທດທີ່ບໍ່ມີກໍລະນີຕິດເຊື້ອໃໝ່ ມີ 06 ປະເທດ
ສໍາລັບ ສປປ ລາວ ເຮົາ ແລະ ກໍາປູເຈ້ຍ ແມ່ນຖືກຈັດເຂົ້າຢູ່ໃນກຸ່ມປະເທດທີ່ມີກໍລະນີຕິດເຊື້ອໃໝ່ຫຼຸດລົງ, ສ່ວນປະເທດໄທ ແມ່ນຈັດເຂົ້າ ຢູ່ໃນກຸ່ມທີ 2.•ເຖິງວ່າທ່າອ່ຽງຂອງການລະບາດຢູ່ໃນປະເທດຂອງພວກເຮົາ ໂດຍລວມ ແລະ ໃນນະຄອນຫຼວງໂດຍສະເພາະ ມີທ່າອ່ຽງຫຼຸດລົງ ຕາມການລາຍງານໃນແຕ່ລະວັນກໍ່ຕາມ ແຕ່ ພວກເຮົາກໍ່ບໍ່ຕ້ອງປະໝາດ ໃນການປະຕິບັດມາດຕະການຕ່າງໆ ໃນແຈ້ງການ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ. ດັ່ງນັ້ນ, ການທີ່ໃຫ້ຢູ່ເຮືອນ ແລະ ບໍ່ອອກເດີນທາງ ໄປສະຖານທີ ອື່ນໆຍັງຖືວ່າເປັນ ຍຸດທະສາດ ກໍ່ຄືມາດຕະການຫຼັກ ແລະ ສໍາຄັນໃນການຢຸດຢັ້ງການແຜລະບາດໃນຄັ້ງນີ້ຂອງປະເທດຂອງພວກເຮົາ.
ເຖິງວ່າມີແຈ້ງການເລກທີ 528/ຫສນຍ ແລະ ແຈ້ງການຂອງ ນະຄອນຫຼວງວຽຈັນ ກໍ່ຕາມ. ສັງເກດເຫັນວ່າ ຍັງມີການລະເມີດ ໂດຍການ ຊຸມແຊວສັງສັນ ພາຍໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່ ຈຶ່ງເຮັດໃທໍຫ້ມີການຕິເຊື້ອໃນກຸ່ມດັ່ງກ່າວໃນແຕ່ລະວັນ. ນອກຈາກນັ້ນ ຜູ້ຕິດເຊື້ອບາງຄົນທີມີອາການສະແດງອອກ ອອກໄປເຄື່ອນໄຫວເຮັດວຽກຕາມປົກກະຕິ ເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອໃໝ່ເກີດຂື້ນໃນແຕ່ລະວັນ;ໃນໄລຍະປະຈຸບັນຍັງມີຄວາມຈໍາເປັນທີ່ຈະຕ້ອງປະຕິບັດວິຖີ່ຊິວິດໃໝ່ ເຊັ່ນ: ການໃສ່ຜ້າປິດປາກດັງ, ການໝັ່ນລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ການເຮັດວຽກຢູ່ບ້ານ ຫຼື ແບ່ງກັນປະຈໍາການ, ການຊື້ອາຫານກັບບ້ານ, ການສັ່ງຊື້ເຄື່ອງອອນລາຍ, ການງົດໄປຢ້ຽມຢາມຜູ້ສູງອາຍຸ ເປັນຕົ້ນ… ຈົນກວ່າພວກເຮົາຈະຜ່ານພົ້ນການລະບາດໃນຄັ້ງນີ້.
ຖ້າຫາກທ່ານໃດ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ 19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14 ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ(-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ;ໃນໄລຍະປະຈຸບັນ ໄດ້ມີການສັກຢາວັກຊິນປ້ອງກັນພະຍາດ ໂຄວິດ ຮອບທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ, ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາທ່ານ ຈົ່ງໄປສັກວັກຊິນເຂັ້ມທີ 2 ຕາມກໍານົດເວລາ. ຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງ ສອງ ໂດສ ກໍ່ຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້ ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫຼາຍປະເທດ ທີ່ມີອັດຕາການສັກວັກຊິນສູງ ເລີມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫຼອດຮອດການເດີນທາງ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຫຼື ບໍ່ເປັນກຸ່ມສ່ຽງ, ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ ກະຊວງສາທາລະນະສຸກ ຈັດຫາວັກຊິນ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂື້ນໄປ. ຮອດປະຈຸບັນນີ້ ພວກເຮົາສາມາດສັກໄດ້ ເຂັ້ມທີ 1 ແມ່ນ 657,955 ໂດສ ແລະ ເຂັ້ມທີ 2 ສັກໄດ້ 214,155 ໂດສ, ເຊິງໃນນັ້ນ ກຸ່ມສ່ຽງບໍ່ວ່າຈະເປັນແພດໝໍ ຫຼື ພະນັກງານ ຈາກຂະເເໜງການຕ່າງໆ ກໍ່ໄດ້ຮັບວັກຊິນ ປ້ອງກັນໂດຍສ່ວນໃຫຍ່ ແລະ ຜົນດີ ພວກເຮົາເຫັນວ່າ ການຕິດເຊື້ອ ໃໝ່ ແມ່ນມີຫຼຸດຈາກຕົວເລກທີ່ທາງທີມງານວິຊາການເຮົາໄດ້ຄາດຄະເນໄວ້ສໍາລັບການລະບາດຮອບສອງໃນຄັ້ງນີ້ ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ບໍ່ຄວນຈະດີໃຈເກີນເຫດ ກັບການລາຍງານຈໍານວນຕິດເຊື້ອໃໝ່ທີ່ຫຼຸດລົງໃນແຕ່ລະວັນ ເພາະປະເທດຂອງພວກເຮົາຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜເຊື້ອໃນຄັ້ງນີ້ໄດ້ເທື່ອ ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາຂ້າງເທິງນັ້ນ, ສັງເກດເຫັນວ່າຍັງມີແຂວງຈໍານວນໜຶ່ງທີ່ອັດຕາການສັກວັກຊີນປ້ອງການ COVID-19 ຍັງຕໍ່າກວ່າຄາດໝາຍຫຼາຍ ຍ້ອນປະຊາຊົນຍັງລັງເລໃນການໄປສັກວັກຊິນ ເພາະຄິດວ່າ ແຂວງຕົນເອງຍັງບໍ່ມີກໍລະນີຕິດເຊື້ອເທື່ອ, ເຊື່ອໃນສື່ສັງຄົມອອນໄລທີ່ບິດເບືອນ ຈຶ່ງເຮັດໃຫ້ຍັງບໍ່ຕັດສິນໃຈ ໄປສັກຢາວັກຊິນ. ຂ້າພະເຈົ້າຢາກຢໍ້າຕື່ມອີກວ່າ ຖ້າເກີດມີການລະບາດ ແລ້ວຈຶ່ງມາສັກວັກຊີນ ກໍ່ບໍ່ສາມາດປ້ອງກັນໄດ້ທັນ ເພາະຕ້ອງໃຊ້ເວລາຢ່າງໝ້ອຍ 1 ເດືອນ ຈຶ່ງເຮັດໃຫ້ຮ່າງກາຍຫຼັງຈາກໄດ້ຮັບວັກຊີນປ້ອງກັນ ສາມາດຖືກກະຕຸ້ນ ພູມປ້ອງກັນ (ເມັດເລືອດຂາວໃຫ້ເພີ່ມຂື້ນ) ເພື່ອຕ້ານກັບ ການຕິດເຊື້ອ COVID-19 ໄດ້.
ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍ່ຄື ພະແນກການອື່ນໆ ລົງກວດກາ, ຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນໃນແຂວງຂອງທ່ານວ່າບັນລຸໃນເປົ້າໝາຍທີ່ໄດ້ວາງໄວ້ຫຼືບໍ. ຖ້າບໍ່ທັນບັນລຸກໍ່ໃຫ້ຮີບຮ້ອນເລັ່ງຂະບວນການສັກຢາໃຫ້ບັນລຸຄາດໝາຍທີ່ທາງກະຊວງສາທາລະນະສຸກໄດ້ວາງໄວ້ ທັງນີ້ກໍ່ເພື່ອ ປ້ອງກັນໂຕທ່ານເອງ, ຄົນໃນຄອບຄົວ, ປະຊາຊົນໃນແຂວງທ່ານ ແລະ ປະເທດຊາດ ຈາກການລະບາດຮອບທີ ສອງ ໂດຍໄວ. ໃນໄລຍະປະຈຸບັນ ສັງເກດເຫັນວ່າມີສື່ສັງຄົມອອນລາຍຈໍານວນໜຶ່ງ ສວຍໃຊ້ໂອກາດການລະບາດໃນຄັ້ງນີ້ ເພື່ອສ້າງຄວາມ ວຸ້ນວາຍໃນສັງຄົມ. ດັ່ງນັ້ນ ໃຫ້ຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງ