ເວລາ 22 ໂມງ 20 ນາທີ ຂອງວັນທີ 28 ພຶດສະພາ 2021, ປກສ ກຸ່ມ 5 ວັງຊາຍ ສົມທົບກັບ ປກສ-ກອງຫຼອນ ບ້ານແສງສະຫວ່າງ ລົງເກັບກຳຂໍ້ມູນ ແລະ ເຂົ້າກັກຕົວຊາຍຄົນໜຶ່ງກຳລັງ ເ ສ ບ ມ້າ, ພ້ອມຂອງກາງ ຢ ມ້າ 41 ເ ມັ ດ, ການກວດຄົ້ນ ແລະ ຈັບກຸມມີຂຶ້ນໃນຂະນະທີ່ໄດ້ຮັບການແຈ້ງຄວາມຈາກພົນລະເມືອງດີ.
ພັຕ ຄໍາປາຄອງ ວໍລະຈັກ ຮອງຫົວໜ້າ ປກສ ກຸ່ມ 5 ວັງຊາຍ ໃຫ້ຮູ້ວ່າ: ຜ່ານການເອົາຄຳໃຫ້ການເບື້ອງຕົ້ນຜູ້ຖືກຈັບກຸມແມ່ນ ທ້າວ ອານົນ ອາຍຸ 35 ປີ, ກໍາມະກອນ ພັກເຊົາຢູ່ຫ້ອງແຖວບ້ານແສງສະຫວ່າງ, ແລ້ວນຳສົ່ງໃຫ້ ປກສ ເມືອງໄຊເສດຖາ ດຳເນີນການສືບສວນ-ສອບສວນ ຫາກຸ່ມແກ້ງຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.ສ່ວນການດຳເນີນຄະດີດັ່ງກ່າວພາຍຫຼັງລະອຽດຈະແຈ້ງແລ້ວຈະລາຍງານໃຫ້ຊາບພາຍຫຼັງ.

ຢ ມ້າ ເປັນບັນຫາໜຶ່ງທີ່ເປັນຕົວກົດໜ່ວງຖ່ວງດຶງການພັດທະນາຂອງປະເທດຊາດ ພ້ອມທັງເປັນສາເຫດໜໍ່ແໜງທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ກໍ່ອາດຊະຍາກຳ, ປຸ້ນຈີ້, ຊິງຊັບ, ລັກຊັບ, ອາລະວາດຕີກັນ, ອາລະວາດຄອບຄົວ ໜັກໄປກວ່ານັ້ນແມ່ນການຄາດຕະກຳ;ສະນັ້ນ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນຈົ່ງພ້ອມກັນຄຸ້ມຄອງສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ໄປພົວພັນນຳ ຢ ພ້ອມທັງປະຕິບັດພັນທະຊ່ວຍເຈົ້າໜ້າທີ່ຖ້າພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດໝາຍອັນນຳໄປສູ່ຄວາມບໍ່ສະຫງົບໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ຢູ່ໃກ້ທ່ານ ແລະ ສາມາດລາຍງານມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.