ເວລາ 7 ໂມງຂອງວັນທີ 22/5/2021 ທາງເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ນາງ ພູເງິນ ພູມສະຫວັນ ອາຍຸ 62ປີ ອາຊີບຄ້າຂາຍ ຢູ່ບ້ານຈອມແກ້ວ ນະຄອນ ໄກສອນ ພົມວິຫານ ,ໃນຄໍ່າຄືນຂອງວັນທີ່ 21 ພຶດສະພາ 2021 ນີ້, ໄດ້ມີຄົນຮ້າຍເຂົ້າລັກເອົາເງິນຂອງຜູ້ກ່ຽວໃສ່ໃນກະເປົາແລ້ວເອົາປະໄວ້ໃນຫ້ອງນອນໄດ້ເສຍຫາຍທີ່ຄົນຮ້າຍລັກໄປເຊິ່ງມີເງິນບາດຈຳນວນ 570.000 ບາດ (ຫ້າແສນເຈັດສິບພັນບາດ) ກັບເງິນກີບຈຳນວນ8.445.000 (ແປດລ້ານສີ່ແສນສີ່ສິບຫ້າພັນກີບ) ດັ່ງນັ້ນທາງຄະນະພັກ-ຄະນະບັນຊາການເຈົ້າໜ້າທີ່ວິຊາສະເພາະຈື່ງໄດ້ສົມທົບປກສ ກຸ່ມບ້ານທີ3 ບ້ານຈອມແກ້ວ ລົງກວດກາສະຖານທີ່ເກີດເຫດ.
ພົບເຫັນມີດດ້າມໄມ້ຍາວປະມານ30ຊັງຕີແມັດ ໄດ້ປະຢູ່ຂ້າງປະຕູໃຫຍ່,ພົບເຫັນຂີ້ກວ່າ 01 ກ້ອນ (ສີ່ລ່ຽມຂະໜາດ 3,5×5×7cm) ວາງຢູ່ແຈເຮືອນຂ້າງກະເປົາ ແລະ ພົບເຫັນເກີບຄີບສີດຳ 1 ຄູ່ວາງຢູ່ຂ້າງກຳແພງ ເກັບກໍາຂໍ້ມູນຫຼັກຖານ ແລະຂັດຈ້ອນຂື້ນບັນຊີເປົ້າຫມາຍ ຈື່ງສາມາດຮູ້ຜູ້ກໍ່ເຫດ ທ້າວ ຈັນສະໜອນຫຼື ຫຳນ້ອຍ ອາຍຸ 25 ປີ ອາຊີບກຳມະກອນ (ຮັບແບກເຄື່ອງຂື້ນທ່າ) ຢູ່ບ້ານ ສຸນັນທາ ຢູ່ນະຄອນ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ໄດ້ ຜ່ານການສຶບສວນ-ສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ : ຜູ້ກ່ຽວເປັນຄົນໄດ້ເຂົ້າລັກເອົາເງິນຂອງນາງ ພູເງິນ ຢ່າງແທ້ຈິງ.

ໃນເວລາ 9 ໂມງ ຂອງວັນທີ 18/5/2021 ເຊິ່ງຜູ້ກ່ຽວແມ່ນອອກຈາກເຮືອນລົງໄປທ່າແຄມຂອງຂື້ນກັບບ້ານຈອມແກ້ວ ນະຄອນ ໄກສອນ ພົມວິຫານ ເຊິ່ງບ່ອນທີ່ຜູ້ກ່ຽວໄປຫຼີ້ນເປັນປະຈຳຢູ່ເຮືອນຂອງທ້າວ ແຫຼ້ (ອ້າຍຮັກ) ແລະວັນດຽວກັນຜູ້ກ່ຽວແມ່ນໄດ້ເກັບກ້ອນຂີ້ກົວໄດ້ 1 ກ້ອນ (ສີ່ລ່ຽມ) ຢູ່ແຄມຂອງແລະກໍ່ໄດ້ເອົາໃສ່ຖົງໂສ້ງໄດ້ຕິດຕົວຕະຫຼອດ.
ໃນເວລາ 23 ໂມງ 30 ນາທີ ຂອງວັນທີ 21/5/2021 ແລະ ຜູ້ກຽ່ວແມ່ນໄດ້ອອກຈາກເຮືອນຂອງທ້າວ ແຫຼ້ ແມ່ນຍ່າງລົງໄປແຄມຂອງ ໄດ້ເຫັນມີດດ້າມໄມ້ຍາວປະມານ 30 ຊັງຕີແມັດ ວາງຢູ່ຕຽງໜ້າເຮືອນ ຈຶ່ງໄດ້ຈັບເອົາມີດດັ່ງກ່າວເໜັບໄວ້ຢູ່ແອວ ໄດ້ຍ່າງລົງໄປທ່າແຄມຂອງ ຈຶ່ງໄດ້ພົບກັບໜູ່ທີ່ເປັນກຳມະກອນດ້ວຍກັນກຳລັງນັ່ງຫຼີ້ນໄພ້ຢູ່ ຜູ້ກ່ຽວຈຶ່ງໄດ້ເຂົ້ານັ່ງຫຼີ້ນໄພ້ນຳ ຈົນຮອດເວລາ 1 ໂມງກາງຄືນ ຕົກເປັນວັນທີ 22/5/2021 ຈຶ່ງໄດ້ພາກັນເຊົາຫຼີ້ນໄພ້ແລ້ວໄດ້ເມືອໃຜເມືອລາວ ,ແລະ ສ່ວນຜູ້ກ່ຽວເອງຫຼັງຈາກເຊົາຫຼີ້ນໄພ້ແມ່ນຍ່າງກັບໄປນອນຢູ່ເຮືອນຂອງ ແຫຼ້ ໄດ້ນອນຫຼີ້ນເກມ ຈົນຮອດເວລາ 3 ໂມງເຊົ້າຈຶ່ງໄດ້ອອກຈາກຫ້ອງນອນ ຍ່າງເລາະຕາມບ້ານຈອມແກ້ວ ແມ່ນຖືມີດແລະພົບກ້ອນຂີ້ກົວດັ່ງກ່າວໄປນຳ ໄປເລາະຫາລັກຊັບຂອງປະຊາຊົນ.
ພໍຍ່າງໄປຮອດເຮືອນຂອງ ນາງ ພູເງິນ ຈຶ່ງໄດ້ສັງເກດເບີ່ງບໍລິເວນອ້ອມຂ້າງ ຈາກນັ້ນຜູ້ກຽ່ວໄດ້ກໍ່ໄດ້ປີນຂື້ນກຳແພງ ແລ້ວປົດເກີບຄີບສີດຳໄວ້ຢູ່ຂ້າງກຳແພງ ແລະຍ່າງໄປປະຕູເຮືອນ ໄດ້ໃຊ້ມີດງັດປະຕູອອກ ແລ້ວປະມີດດັ່ງກ່າວໄວ້ຂ້າງປະຕູ ຈາກນັ້ນຜູ້ກ່ຽວຈຶ່ງເຂົ້າໄປໃນເຮືອນຂອງນາງ ພູເງິນ ໄດ້ຊອກຫາຊັບສິນທີ່ມີຄ່າ ເມືອບໍ່ພົບຊັບສິນຜູ້ກ່ຽວຈຶ່ງລີ້ຊ່ອນຢູ່ໃນເຮືອນ ຈົນຮອດເວລາປະມານ 5 ໂມງຜູ້ກ່ຽວເຫັນນາງ ພູເງິນ ແລະ ຜົວ ຍ່າງອອກມາຈາກຫ້ອງນອນ ແລະ ຜູ້ກ່ຽວຈຶ່ງໄດ້ເຂົ້າໄປໃນຫ້ອງນອນ ຊອກຫາລັກຊັບສິນ ໄດ້ພົບເຫັນກະເປົາສີດຳ (ໃສ່ກະແຈຊິບໄວ້) ປະໄວ້ຢູ່ຂ້າງຫົວຕຽງນອນ ໄດ້ຈັບເອົາກະເປົາດັ່ງກ່າວແລ້ວອອກໄປຈາກຫ້ອງນອນ ໄປລີ້ຢູ່ແຈເຮືອນບ່ອນທີ່ມີເຄື່ອງຂອງກັງບັງ. ດັ່ງນັ້ນຜູ້ກ່ຽວຈຶ່ງໃຊ້ມືຈີກກະເປົາດັ່ງກ່າວເພື່ອກວດເບິ່ງເຫັນຊັບສິນມີຄ່າຢູ່ໃນກະເປົາເປັນຈຳນວນຫຼາຍມີເງິນບາດ 6 ມັດ,ເງິນກີບ 1 ມັດ ແລະ ເງິນຍ່ອຍຢູ່ໃນກະເປົາຈາກ ນັ້ນຜູ້ກ່ຽວຈຶ່ງໄດ້ຈົກກ້ອນຂີ້ກົວທີ່ພົບໄປນຳນັ້ນອອກຈາກຖົງໂສ້ງແລ້ວຈັບເອົາເງິນຢັດໃສ່ຖົງໂສ້ງຈົນເຕັມທັງສອງເບື່ອງແລະເງິນອີກຈຳນວນໜື່ງແມ່ນເອົາເໜັບໃສ່ຫົວໂສ້ງ (ແອວ) ແລ້ວອອກຈາກເຮືອນໄປ ເຊິ່ງຜູ້ກ່ຽວເອງລືມຈັບເອົາກ້ອນຂີ້ກົ້ວ, ມີດ ແລະ ເກີບ.

ເມືອກັບໄປເຮືອນທ້າວແຫຼ້ ຜູ້ກ່ຽວກໍ່ຖອດເອົາເງິນໃນມັດໜຶ່ງຈຳນວນ 4000ບາດເຫຼືອນັ້ນແມ່ນເອົາໃສ່ກະເປົາພາຍສີແດງເອົາເຊື່ອງໄວ້ໃນແກັດເຄື່ອງທີຢູ່ຫ້ອງນອນຂອງທ້າວ ແຫຼ້ ໂດຍທີ່ບໍ່ທັນໄດ້ນັບ ແລະຕົກມາ ຮອດເວລາ 9 ໂມງຂອງວັນດຽວກັນກໍ່ຖືກເຈົ້າທີ່ນຳຕົວເຂົ້າມາສຶບສວນ-ສອບສວນ.
ເຊິ່ງເຫັນວ່າການກະທຳຂອງທ້າວ ຈັນສະໜອນ ຫຼື ຫຳນ້ອຍ ເປັນການລະເມີດຕໍ່ມາດຕາ231ຂອງປະມວນກົດໜາຍອາຍາ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2017. ຊຶ່ງເງີນທີ່ຜູ້ກ່ຽວໄປລັກເອົາຢູ່ເຮືອນຂອງ ນາງ ພູເງິນ ໃນຄັ້ງນີ້, ທາງເຈົ້າຫນ້າທີ່ໄດ້ເກັບກູ້ຄືນມາໄດ້ຕົວຈິ່ງຈຳນວນ 510.000 ບາດ (ຫ້າແສນສິບພັນບາດ)ກັບເງິນກີບ 8.445.000 ກີບ (ແປດລ້ານສີ່ແສນສີ່ສິບຫ້າພັນກີບ)ແລະໄດ້ສົ່ງມອບເງິນຄືນໃຫ້ແກ່ຜູ້ເສຍຫາຍ ນາງ ພູເງິນ ພູມສະຫວັນ.
ສ່ວນວ່າທ້າວ ຈັນສະໜອນ ຫຼື ຫຳນ້ອຍ ຜູ້ກະທຳຜິດ ເຊິ່ງທງເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ແມ່ນຈະໄດ້ປະກອບສຳນວນຄະດີໃຫ້ຮອບດ້ານ,ພາວະວິໄສ ເພື່ອສະຫຼຸບສົ່ງໃຫ້ອົງການໄອຍະການ ສັ່ງຟ້ອງໃຫ້ສານຕັດສິນລົງໂທດຕາມກົດໜາຍ.

.
